ມອບ-ຮັບໜ້າທີ່ຜູ້ອໍານວຍການສະຖາບັນຂົງຈືມະຫາວິທະຍາ ໄລສຸພານຸວົງ

ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີ ມອບ – ຮັບ ໜ້າທີ່ ຜູ້ອໍານວຍການສະຖາບັນຂົງຈືຜູ້ໃໝ່ເມື່ອບໍ່ດົນມານີ້,ໂດຍການເຂົ້າຮວ່ມຂອງທ່ານ ວິລະ ອາໂນລັກ ອະທິການບໍດີມະຫາວິທະຍາໄລສຸພານຸວົງ.
ໃນພິທີ, ນາງ ສຸດທິດາ ຮຸ່ງແສງຟ້າ ຜູ້ອຳນວຍການສະຖາບັນຂົງຈື ຝ່າຍລາວ ຜູ້ເກົ່າ ໄດ້ຜ່ານບົດລາຍງານຜົນສຳເລັດການປະຕິ ບັດວຽກງານໃນໄລຍະຜ່ານມາ ທັງກ່າວມອບໜ້າທີ່ໃຫ້ກັບ ທ່ານ ທອງພັນ ຈັນຖາວອນ ຄະນະບໍດີຄະນະເສດຖະສາດ ເປັນຜູ້ອຳ ນວຍການສະຖາບັນຂົງຈື ຜູ້ໃໝ່ ທັງໄດ້ມີການລົງນາມບົດບັນທຶກ ການມອບ-ຮັບໜ້າທີ່ຢ່າງເປັນທາງການ.
ສຳລັບ ນາງ ສຸດທິດາ ຮຸ່ງແສງຟ້າ ແມ່ນຈະໄປຮັບໜ້າທີ່ໃໝ່ເປັນທີ່ປືກສາດ້ານການສຶກສາ ແລະ ວັດທະນະທຳ ຢູ່ສະຖານເອກ ອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ.


