ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ແຂວງຫລວງນ້ຳທາ
ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າທາ ລະຫວ່າງ ສະ ຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງແຂວງຫລວງນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ມີການນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງບັນຊາການ ແລະ ພະນັກງານຫລັກແຫລ່ງຂອງແຂວງ ເຂົ້າຮວ່ມ.

ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ລາຍງານໂດຍຫຍໍ້ການນໍາພາ-ຊີ້ນຳວຽກງານຮອບດ້ານໃນໄລຍະຜ່ານມາ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາມີທັງຂໍ້ສະດວກ ແລະ ຂໍ້ຫຍຸງຍາກຫລາຍດ້ານ ເປັນຕົ້ນ ບັນຫາດ້ານເສດຖະກິດ, ພະຍາດລະບາດ, ໄພທໍາມະຊາດ ແລະ ຄວາມຫຍຸ້ງ ຍາກອື່ນໆ, ຄະນະບໍລິຫານງານພັກແຂວງສະໄໜທີ່ VIII ແລະ ສະໄໜທີ IX ໄດ້ຕັດສິນໃຈຜ່ານຜ່າ, ຫາວິທີແກ້ໄຂ ແລະ ຫາທຶນຮອນມາສ້າງສາພັດທະນາມີການຫັນປ່ຽນດີຂຶ້ນ ແລະ ໄດ້ເອົາໃຈໃສ່ແກ້ໄຂ ໄພພິບັດນໍ້າຖ້ວມແຂວງຫລວງນໍ້າທາ ປີ 2024, ໄດ້ຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໜາຍ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ເກີນແຜນ 3 ປີຕໍ່ເນື່ອງ, ໄດ້ສຸມສະຕິປັນຍາ, ເຫື່ອແຮງ ເຂົ້າໃນການພັດທະນາ ແຂວງຫລວງນໍ້າທາ ປຸກລະດົມທຸກພາກສ່ວນ ປະສ່ວນເຂົ້າໃນການພັດທະນາແຂວງຫລວງນໍ້າທາ ຢ່າງຕັ້ງໜ້າ ເຮັດໃຫ້ແຂວງຫລວງນໍ້າທາ ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ.
ໃນພິທີ, ຕາງໝ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 08/ກມສພ ນະຄອນຫລວງວຽງຈັນ ວັນທີ 16 ມັງກອນ 2026 ວ່າດ້ວຍການອະນຸມັດໃຫ້ການນຳຂັ້ນສູງອອກພັກການຮັບອຸດໜູນບໍານານ. ໃນນີ້, ຕົກລົງໃຫ້ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າທາ ພັກການຮັບອຸດໝູນ ບໍານານ, ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກເລກທີ 08/ກມສພ ວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍການນຳຂັ້ນສູງໄປຮັບໝ້າທີ່ໃໝ່ ໂດຍຍົກຍ້າຍ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫລ້າມະນີວົງ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫລວງນໍ້າທາ, ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 15/ກມສພ ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າ. ໃນນີ້, ແຕ່ງຕັ້ງ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫລ້າມະນີວົງ ກຳ ມະການສູງການພັກ ເປັນເລຂາຄະນະບໍລິຫານງານພັກແຂວງ. ຈາກນັັ້ນ, ກໍໄດ້ມອບມະຕິຕົກລົງຂອງກົມການເມືອງສູນກາງພັກ ໃຫ້ສະຫາຍເລຂາພັກແຂວງຫລວງນໍ້າທາ ຜູ້ເກົ່າ ແລະ ຜູ້ໄໝ ພ້ອມທັງເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າທາ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ຄະນະຄະນະບໍລິຫານງານພັກແຂວງຫລວງນໍ້າທາ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ຄະນະບໍລິງານງານຊຸດໃໝ່ ຈົ່ງສືບຕໍ່ປົກປັກຮັກສາ, ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ຄວາມສາມັກຄີປວງຊົນບັນດາເຜົ່າ, ສຸມໃສ່ປະຕິບັດໝ້າວຽກຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ເພື່ອເປັນບ່ອນອີງ, ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ແກ້ໄຂ້ບັນຫາຢາເສບຕິດ, ເສີມຂະ ຫຍາຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເອົາໃຈໃສ່ສົ່ງເສີມເສດຖະກິດ, ວັດທະນະທຳ, ພັດ ທະນາດ້ານການທ່ອງທ່ຽວທາງດ້ານປະຫັວດສາດ, ທຳມະຊາດ ແລະ ວັດທະນະທຳ, ຍົກສູງເພີ່ມທະວີຄຸ້ມຄອງທາງດ້ານກົດໝາຍໃຫ້ມີປະສິດຕິພາບ, ເອົາໃຈໃສ່ນໍາພາການເມືອງແນວຄິດໃນການລົງຮັບສະໜັກເລືອກຕັ້ງ ເພື່ອສີມຂະຫຍາຍບົດບາດຂອງສະພາແຫ່ງຊາດກໍຄືທ້ອງຖິ່ນ, ເອົາໃຈໃສ່ຍົກສູງວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບໃຫ້ປອດໄພ ໂດຍສະເພາະແມ່ນບັນຫາຢາເສບຕິດ, ການຄ້າມະ ນຸດ, ຄ້າຂາຍເຖື່ອນ ເພື່ອອັດຊ່ອງວ່າງຕໍ່ປະກົດການຫຍໍ້ທໍ້ຕ່າງໆ ເພື່ອເຮັດໃຫ້ແຂວງຫລວງນໍ້າທາ ມີຄວາມສະຫງົບສຸກ, ເສດຖະກິດມີການຂະຫຍາຍຕົວຂຶ້ນເລື້ອຍໆ.
ຂ່າວ-ພາບ: ໜັງສືພິມຄວາມສະຫງົບ




