ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

Jan 29, 2026

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ປະທານປະເທດ, ມີຮອງລັດຖະມົນຕີ, ຄະນະ ພັກ-ຄະນະກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ, ກອງບັນຊາການ, ພ້ອມດ້ວຍກົມ-ກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ, ແຂກຮັບເຊີນ ແລະ ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ເຂົ້າຮ່ວມ.
May be an image of crowd and text
ໃນພິທີ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນການງພັກ ຮອງນາຍົກລັດຖະມົນຕີ (ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ ຕະຫຼອດໄລຍະຜ່ານມາ, ເຊິ່ງມີຜົນສໍາເລັດຫຼາຍດ້ານ.
ຈາກນັ້ນ, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ວ່າດ້ວຍການຍົກຍ້າຍ ພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລັກທີ 007/ ປປທ ວ່າດ້ວຍການຍົກຍ້າຍສະມາຊິກລັດຖະບານ; ໃນນີ້, ໄດ້ຍົກຍ້າຍ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ແລະ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 05/ກມສພ, ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 12/ກມສພ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 009/ປປທ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ໃໝ່.
May be an image of text May be an image of text
ໃນພິທີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ກໍໄດ້ມອບມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ລັດຖະດໍາລັດຂອງປະທານປະເທດ ໃຫ້ເລຂາຄະນະບໍລິງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງເຊັນບົດບັນທຶກ ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ພາບ-ຂ່າວ: ແກ້ວ ອຸເພັດ