ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

Jan 30, 2025

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 30 ມັງກອນ 2025 ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງ ກັນປະເທດ
ສະຫາຍ ພັນເອກ ສຸລິໄຊ ພິຈິດ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າໃຫ້ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ຜ່ານບົດລາຍງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດບັນດາໜ້າວຽກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບ ຜິດຊອບ ຂອງກົມໃຫຍ່ເສນາທິການກອງທັບ ໄລຍະຜ່ານມາ, ເຊິ່ງໄດ້ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ດ້ວຍຫຼາຍຮູບການ, ຫຼາຍລະດັບແຕກຕ່າງກັນ, ຖືກ ຕ້ອງຕາມແຕ່ລະເປົ້າໝາຍ, ຊີ້ນໍາກົມກອງກໍາລັງຫຼວງ-ກໍາລັງທ້ອງ ຖິ່ນທົ່ວປະເທດ ເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຈັດຕັ້ງພະນັກ ງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຈຸດສຸມເຂດຫ່າງໄກສອກຫຼີກ ໃນທົ່ວປະເທດ ໂດຍສະເພາະ ຢູ່ບັນດາແຂວງພາກເໜືອ ແລະ ເຂດໃຈກາງ, ເອົາໃຈໃສ່ຕິດຕາມກຳແໜ້ນ ສະ ພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ຢູ່ພາຍໃນ ແລະ ນອກຊາຍແດນ.
ພ້ອມນີ້ ໄດ້ຈັດຕັ້ງເຄື່ອນໄຫວກວດກາວຽກງານກຽມພ້ອມສູ້ຮົບ ຂອງບັນດາກົມກອງທົ່ວກອງທັບ ພົ້ນເດັ່ນແມ່ນ ເຄື່ອນ ໄຫວເຜີຍແຜ່ຄຳສັ່ງ ຂອງກະຊວງປ້ອງກັນປະເທດ ແລະ ຄໍາສັ່ງແນະນໍາຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເພີ່ມທະວີ ການນໍາພາປັບປຸງວຽກງານກຽມພ້ອມສູ້ຮົບຂອງກອງທັບ ພ້ອມນີ້, ຍັງໄດ້ຊີ້ນໍາການຈັດຕັ້ງກໍາລັງປ້ອງກັນເປົ້າໝາຍຍຸດທະ ສາດ, ສະຖານທີ່ສາງຄັງ, ສະໜາມບິນ, ບັນດາເສັ້ນທາງ, ການນໍາພັກ- ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສໍາຄັນຕ່າງໆ, ປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກວດກູ້ລະ ເບີດ ລາວ-ຣັດເຊຍ, ປ້ອງກັນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ມີຄວາມສະ ຫງົບປອດໄພ 100%, ຊີ້ນຳກຳລັງຍົກສູງສະຕິລະວັງຕົວໃນການກຽມພ້ອມສູ້ຮົບ, ຈັດຕັ້ງກຽມພ້ອມທາງດ້ານກໍາລັງ, ພາຫະ ນະສູ້ຮົບ ແລະ ຮັບປະກັນສູ້ຮົບຂອງກອງທັບ, ເປັນກຳລັງຫຼັກ ແຫຼ່ງໃນການຊ່ວຍເຫຼືອ ແລະ ກອບກູ້ໄພພິບັດທາງທໍາມະຊາດໄດ້ຢ່າງທັນການ.
ຈາກນັ້ນ, ໄດ້ລົງນາມບົດບັນທຶກ ມອບ-ຮັບໜ້າທີ່ ຢ່າງເປັນທາງການ ລະຫວ່າງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຫົວ ໜ້າກົມໃຫຍ່ເສນາທິການກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າກົມໃຫຍ່ເສນາທິການກອງທັບ (ຜູ້ໃໝ່).
Cr: ໜັງສືພິມກອງທັບ