ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່)

May 8, 2024

ພິທີດັ່ງກ່າວ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2024 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາທ່ານ ຄະນະນຳຈາກສູນກາງ ແລະ ອອ້ມຂ້າງແຂວງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ປອ ບົວຄົງ ນາມມະວົງ ເລຂາຄະນະບໍ ລິຫານງານພັກແຂວງ, ເຈົ້າແຂວງ ບໍ່ແກ້ວ (ຜູ້ເກົ່າ) ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ ໃນການນຳພາ-ຊີ້ນຳວຽກງານ ຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງເປັນເຈົ້າແຂວງ 6 ປີທີ່ຜ່ານມາ, ພ້ອມທັງກ່າວມອບໜ້າທີ່ໃຫ້ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່. ຈາກນັ້ນ ທ່ານ ປອ ທອງຈັນ ມະນີໄຊ ໄດ້ຂື້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຈັດຕັ້ງປະຕິບັດທິດທາງ ແລະ ຄາດໝາຍຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່າອ່ຽງການຈະເລີນເຕີບໂຕທາງດ້ານເສດຖະກິດ- ສັງຄົມ ຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບວຽກງານສາມສ້າງຢ່າງໜັກແໜ້ນ ລວມທັງການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພ້ອມນັ້ນ, ໄດ້ມີພິທີເຊັນບົດບັນທຶກ ມອບ – ຮັບ ໜ້າທີ່ຢ່າງເປັນທາງການ.
ໃນຕອນທ້າຍຂອງພິທີ ທ່ານ ພົອ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ມີຄຳເຫັນໂອ້ລົມບັນ ຫາສຳຄັນ ທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນພາວະວິໄສ ໃນການສັບຊ້ອນ ພະນັກງານການນຳຂັ້ນສູງ ໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ນອກຈາກນັ້ນ, ທ່ານກໍ່ໄດ້ຮຽກຮ້ອງໃຫ້ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່ ຕ້ອງມີວິໃສທັດໃນການເບິ່ງບັນຫາ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ເດີນໄປຂ້າງໜ້າດ້ວຍບາດກ້າວທີ່ໜັກແໜ້ນ.