ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

Jan 23, 2026

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of text May be an image of dais and text
ພາຍຫຼັງ, ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ດອນ ໄພວົງ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກຳຕ່າງໆ ເປັນຕົ້ນມະຕິຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ, ສະບັບເລກທີ 05/ກມສພ, ລົງວັນທີ 16 ມັງກອນ 2026 ຕົກລົງອະນຸມັດໃຫ້ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ ອອກພັກການ-ຮັບອຸດໜູນບຳນານ ແລະ ສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສນຊ ອອກພັກການ-ຮັບອຸດໜູນບຳນານ; ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີໄປຮັບໜ້າທີ່ໃໝ່ ຢູ່ສູນກາງແນວລາວສ້າງຊາດ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 10/ກມສພ, ລົງວັນທີ 13 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ປະທານ ສນຊ, ກົມການເມືອງສູນກາງພັກ ຕົກລົງແຕ່ງຕັ້ງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ປະທານ ສນຊ. ໃຫ້ກຽດມອບຂໍ້ຕົກລົງອະນຸມັດອອກພັກການ-ຮັບອຸດໜູນບຳນານ ແລະ ມອບຂໍ້ຕົກລົງແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ໃໝ່ ໂດຍສະຫາຍ ທອງລຸນ ສີສຸລິດ.
May be an image of dais and text May be an image of dais and text
ໃນພິທີໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ ແລະ ສະຫາຍ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ໃໝ່.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາ-ຊີ້ນຳຂອງຄະນະພັກ, ຄະນະນຳ ສນຊ ຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງມີຜົນງານພົ້ນເດັ່ນຫຼາຍດ້ານ. ພ້ອມນີ້,ສະຫາຍໄດ້ເນັ້ນໜັກຫຼາຍບັນຫາ ໂດຍສະເພາະຕໍ່ການແຕ່ງຕັ້ງສະຫາຍ ກິແກ້ວ ໄຂຄຳພິທູນ ເປັນເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ໃໝ່ໃນຄັ້ງນີ້ ຊຶ່ງສະຫາຍແມ່ນພະນັກງານຫຼັກແຫຼ່ງທີ່ມີຄວາມຮູ້-ຄວາມສາມາດໃນການນຳພາ-ຊີ້ນໍາ ເຊື່ອໝັ້ນວ່າສະຫາຍຈະຮ່ວມກັບພະນັກງານ-ສະມາຊິກພັກ ສນຊ ພ້ອມກັນຍູ້ແຮງຂະບວນການໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ອົງການແນວລາວສ້າງຊາດ ມີໜ້າທີ່ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ ຜັນຂະຫຍາຍແນວທາງຂອງພັກໃຫ້ເປັນຮູບປະທຳ ເສີມຂະຫຍາຍມະຫາສາມັກຄີຢ່າງກວ້າງຂວາງໜັກແໜ້ນກວ່າເກົ່າ ແນວລາວສ້າງຊາດຕ້ອງໄດ້ບຸກບືນຂຶ້ນ ເພື່ອໃຫ້ແນວທາງຂອງພັກໄດ້ຜັນຂະຫຍາຍຢ່າງເປັນຮູບປະທຳ.
ຂ່າວ-ພາບ: ພູວັນ