ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2026 ນີ້ ຢູ່ທີ່ຫ້ອງວ່າການ ນະຄອນຫຼວງ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມັນ, ມີຄະນະພັກນະຄອນຫຼວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ

ໃນພິທີ, ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ຜົນສໍາເລັດການນໍາພາ-ຊີ້ນໍາ ຄະນະພັກທຸກຂັ້ນ ທົ່ວນະຄອນຫຼວງວຽງຈັນ ຕະຫຼອດໄລຍະ 5 ປີ ຜ່ານມາ. ເຊິ່ງໄດ້ນໍາພາ-ຊີ້ນໍາ ຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກແຕ່ລະຄັ້ງ ເຊື່ອມສານເຂົ້າກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ເຂົ້າສູ່ລວງເລິກ ດ້ວຍຄວາມເປັນເຈົ້າການ ຕິດພັບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ສາມາດບັນລຸບັນດາຄາດໝາຍເປັນສ່ວນໃຫຍ່, ໄດ້ນໍາພາ-ຊີ້ນໍາ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ ແລະ ເລິກເຊິ່ງ, ໄດ້ນຳພາຊີ້ນຳ ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ, ມີການຂະຫຍາຍຕົວສະເລ່ຍ 5,34 % ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 89.278,8 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ເທົ່າກັບ 85,17 ລ້ານກີບ, ໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນໄປຕາມທິດທາງທີ່ກໍານົດໄວ້, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດ.

ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງ ສະບັບເລກທີ 10 /ກມສພ, ລົງວັນທີ 23 ມັງກອນ 2026 ວ່າດ້ວຍການຍົກຍ້າຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມກັນນີ້, ໄດ້ຜ່ານມະຕິຕົກລົງເລກທີ 20/ກມສພ, ລົງວັນທີ 23 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ. ຈາກນັ້ນ, ກໍໄດ້ມອບຄໍາສັ່ງ ແລະ ມະຕິຕົກລົງໃຫ້ກັບ 2 ສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງ ມີການເຊັນບົດບັນທຶກມອບ-ຮັບໜ້ທີ່ ລະຫວ່າງ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ສະຫາຍ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຜູ້ໃໝ່.
ໂອກາດນີ້ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີວ່າ: ຕາງໜ້າໃຫ້ກົມການເມືອງສູນກາງພັກ ຕາງໜ້າໃຫ້ລັດຖະບານ ສປປລາວ ແລະ ໃນນາມສ່ວນຕົວ ຕີລາຄາສູງຕໍ່ຜົນງານທີ່ພົ້ນເດັ່ນ ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ອານຸພາບ ຕຸນາລົມ ເປັນຄັນທຸງນໍາໜ້າ ເຊິ່ງຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຊຸມປີຜ່ານມາ. ພ້ອມນີ້, ຍັງໄດ້ມີບາງຄໍາເຫັນໃນການສືບຕໍ່ຜັນຂະຫຍາຍມະຕິຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ຂອງທ້ອງຖິ່ນໃນຊຸມປີຕໍ່ໜ້າ ເຂົ້າສູ່ການປະຕິບັດຕົວຈິງ. ອັນສໍາຄັນທີ່ສຸດ ກໍແມ່ນການປະຕິບັດຫຼັກການເຮັດວຽກຂອງພັກ ໃຫ້ບັນດາສະຫາຍຮີບຮ້ອນແບ່ງງານ ແບ່ງຄວາມຮັບຜິດຊອບ ທັງມອບໝາຍໜ້າທີ່ໃຫ້ທັນເວລາ. ພ້ອມນີ້, ໃຫ້ພ້ອມກັນສືບຕໍ່ສ້າງນະຄອນຫຼວງວຽງຈັນ ໃຫ້ມີການປ່ຽນແປງໃໝ່ຮອບດ້ານທີ່ດີຂຶ້ນ, ເປັນແບບຢ່າງໃຫ້ແຂວງຕ່າງໆໃນທົ່ວປະເທດ ແລະ ເປັນຕົວແບບຂອງການພັດທະນາທ້ອງຖິ່ນ.
ຂ່າວ: ຕຸ້ຍ
ພາບ : ໂບ້


