ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ການກໍ່ສ້າງລະບົບນ້ຳສະອາດ ໂຮງຮຽນປະຖົມສົມບູນ ບ້ານຈານ ເມືອງໂຂງ

Jun 30, 2025

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີມອບ-ຮັບ ການກໍ່ສ້າງລະບົບນ້ຳສະອາດ ໂຮງຮຽນປະຖົມສົມບູນ ບ້ານຈານ ເມືອງໂຂງ ແຂວງຈຳປາສັກ ຈັດຂຶ້ນໃນວັນທີ 29 ມິຖຸນາ 2025 ໂດຍມີທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ, ທ່ານ ໜູແສງ ຜຸຍບັນດິດ ຮອງເຈົ້າເມືອງໆໂຂງ ພ້ອມດ້ວຍຜູ້ຕາງໜ້າເຈົ້າ ຂອງໂຄງການອາຫານໂລກ, ບໍລິສັດຍູນິເທັກ ຮັບເໝົາດຳເນີນການກໍ່ສ້າງ ແລະ ຕິດຕັ້ງລະບົບນ້ຳ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມ.
ໃນການມອບ-ຮັບການກໍ່ສ້າງລະບົບນ້ຳສະອາດ ໃນຄັ້ງນີ້ ໄດ້ຮັບການສະໜອງບໍ່ນ້ຳສະອາດທັງໝົດ 69 ໂຮງຮຽນ (ເຈາະບໍ່ໃໝ່ ພ້ອມຕິດຕັ້ງລະບົບຄົບຊຸດ 38 ແຫ່ງ, ນໍ້າສ້າງ 2 ແຫ່ງ (ເມືອງສຸຂຸມາ 9 ແຫ່ງ, ເມືອງ ມຸນລະປາໂມກ 9 ແຫ່ງ, ເມືອງບາຈຽງ 8 ແຫ່ງ ແລະ ເມືອງໂຂງ 12 ແຫ່ງ) ແລະ ມີນ້ຳສ້າງ 2 ແຫ່ງ) ຕິດຕັ້ງໂຊລ່າເຊວ 6 ແຫ່ງ ແລະ ໄດ້ຮັບການປັບປຸງສ້ອມແປງລະບົບນ້ຳຄືນໃໝ່ 31 ໂຮງຮຽນ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 23 ມັງກອນ 2025 ເປັນຕົ້ນມາ.
ອົງການອາຫານໂລກ ໄດ້ສະໜັບສະໜູນ ໂຄງການກໍ່ສ້າງລະບົບນ້ຳສະອາດ ໃຫ້ໂຮງຮຽນ 193 ແຫ່ງທີ່ມີອາຫານທ່ຽງ ໄລຍະແຕ່ 2020-2025 ໃນ 4 ເມືອງເປົ້າໝາຍຄື: ເມືອງສຸຂຸມາ, ເມືອງມຸນລະປາໂມກ, ເມືອງໂຂງ ແລະ ເມືອງບາຈຽງຈະເລີນສຸກ ເພື່ອສະໜອງນ້ຳໃຊ້ ໃຫ້ແກ່ກິດຈະກຳວຽກງານອາຫານທ່ຽງໃນໂຮງຮຽນດັ່ງກ່າວ.
ໂອກາດດຽວກັນ, ຄະນະກຳມະການ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ລົງຕິດຕາມເບິ່ງໂຄງການນໍ້າບາດານ ຢູ່ໂຮງຮຽນປະຖົມ ເສັດສະຫວັນ ເມືອງໂຂງ ຕື່ມອີກ.
ຂ່າວ-ພາບ: ຂາວພອນ ມ້າວຄຳຜິວ