ພິທີ ມອບ-ຮັບ ການກໍ່ສ້າງ-ສ້ອມແປງຍົກລະດັບເສັ້ນທາງຜັງບ້ານປາກແຄມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ລະຫວ່າງ ທ່ານ ບຸນທະນາ ສີສຸວັນ ນາຍບ້ານໆປາກແຄມ ຕາງໜ້າອົງການປົກຄອງບ້ານ (ເຈົ້າຂອງໂຄງການ) ກັບ ທ່ານ ບຸນຈັນ ຈັນທະວົງ ປະທານ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ແລະ ເຄຫະສະຖານ (ຜູ້ຮັບເໝົາ) ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2025 ນີ້, ຢູ່ທີ່ຫໍປະຊຸມບ້ານດັ່ງກ່າວ. ໂດຍຊ່ອງໜ້າທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີຄະນະກໍາມະການກວດກາຂັ້ນເມືອງ, ອົງການປົກຄອງບ້ານບໍລິເວນປາກແຄມ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມນໍາ.
ການກໍ່ສ້າງ-ສ້ອງແປງ ຍົກລະດັບເສັ້ນທາງຜັງບ້ານປາກແຄມ ມີເສັ້ນທາງທັງໝົດ 30 ເສັ້ນ, ມີຄວາມຍາວ 5,200 ກວ່າແມັດ. ໃນນີ້, ເສັ້ນທາງຫຼັກ 7 ເສັ້ນ, ກວ້າງ 5 ແມັດ, ຍາວ 3,100 ກວ່າແມັດ, ເສັ້ນທາງຮ່ອມ 10 ເສັ້ນ, ກວ້າງ 4 ແມັດ, ຍາວ 1,500 ກວ່າແມັດ, ທາງຮ່ອມເຂົ້າເຮືອນປະຊາຊົນ 13 ເສັ້ນ, ກວ້າງ 4 ແມັດ, ຍາວ 620 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 981,000,000 ກວ່າກີບ. ໃນນີ້, ທຶນຂອງປະຊາຊົນພາຍໃນບ້ານ 975,000,000 ກີບ ແລະ ບໍລິສັດຊ່ວຍ 6,000,000 ກວ່າກີບ. ການກໍ່ສ້າງ-ສ້ອມແປງ ຍົກລະດັບເສັ້ນທາງຜັງບ້ານ ດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 1 ກັນຍາ 2023 ມາຮອດວັນທີ 10 ສິງຫາ 2024 ຈຶ່ງສໍາເລັດ.
ຂ່າວ: ແກ່ນທ້າວ.







