ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ຕຳແໜ່ງຫົວໜ້າກົມຕຳຫຼວດຈະລາຈອນ ຜູ້ເກົ່າ-ຜູ້ໃໝ່.

May 28, 2024

ວັນທີ 23 ພຶດສະພາ 2024 ທີ່ຜ່ານມາ, ກົມຕໍາຫຼວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຮັບໜ້າທີ່ຫົວໜ້າກົມຕຳຫຼວດຈະລາຈອນ ລະຫວ່າງ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ (ຜູ້ເກົ່າ) ແລະ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ (ຜູ້ໃໝ່).
ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ເປັນກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຫົວໜ້າກົມຕຳຫຼວດຈະລາຈອນ ຜູ້ໃໝ່ ສືບຕໍ່ເຮັດວຽກງານສຶກສາອົບຮົມແນວຄິດໃຫ້ ພະນັກງານ-ນັກຮົບ, ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ມີຜົນສຳເລັດ, ປັບປຸງແບບແຜນວິທີເຮັດວຽກໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ.
ຂ່າວ: ເພັງຕຸລາ