ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 27 ມັງກອນ 2023 ນີ້, ຢູ່ທີ່ກອງພັນ 588 ໄດ້ຈັດພິທີມອບ – ຮັບ ປໍ້ານໍ້າມັນເຊື້ອໄຟ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ຈັນທະຈັກ ໄຊຍະວົງສາ ຄະນະພັກ ອົງການກົມໃຫຍ່ພາລາທິການກອງທັບ ຫົວໜ້າກົມນ້ຳມັນເຊື້ອໄຟ, ມີສະຫາຍ ພັນເອກ ບົວພາ ໄມພອນ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ວິຊາການ ທັງສອງກົມເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຈັນທະຈັກ ໄຊຍະວົງສາ ຄະນະພັກ ອົງການກົມໃຫຍ່ ຫົວໜ້າກົມນ້ຳມັນເຊື້ອໄຟ ກົມໃຫຍ່ ພາລາທິການກອງທັບ ໄດ້ກ່າວມອບ ແລະ ເຊັນບົດບັນທືກ ປ້ຳນ້ຳມັນເຊື້ອໄຟ ໃຫ້ກອງພັນ 588 ໂດຍກ່າວຮັບຂອງ ສະຫາຍ ພັນໂທ ບຸນທຽນ ວົງຫາຈັກ ຫົວໜ້າການເມືອງ 588 ພ້ອມດ້ວຍຄະນະພັກ-ຄພນະບັນຊາ ທັງສອງຝ່າຍເຂົ້າເປັນສັກຂີພະຍານ ປ້ຳນ້ຳມັນດັ່ງກ່າວໄດ້ເລີ່ມກໍ່ສ້າງມາແຕ່ ວັນທີ 01 ພະຈິກ ປີ 2022 – 15 ມັງກອນ ປີ 2023 ໄດ້ສຳເລັດ ຕາມຂໍ້ຕົກລົງເຊັນສັນຍາ ເຊິ່ງມີຂະໜາດ 7 x 8 ແມັດ ລວມມູນຄ່າ 269,229,444 ກີບ ( ສອງຮ້ອຍຫົກສິບເກົ້າລ້ານ ສອງແສນຊາວເກົ້າພັນກີບ )
ໂອກາດດັ່ງກ່າວ ສະຫາຍ ພັນໂທ ບຸນທຽນ ວົງຫາຈັກ ຫົວໜ້າການເມືອງ 588 ພ້ອມດ້ວຍຄະນະພັກ-ຄພນະບັນຊາ ໄດ້ກ່າວຂື້ນພິທີ ແລະ ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງອົງການຈັດຕັ້ງຂັ້ນເທີງທຸກຂັ້ນ ໂດຍສະເພາະ ກົມນ້ຳມັນເຊື້ອໄຟ ກົມໃຫຍ່ພາລາທິການກອງທັບ ພ້ອມດ້ວຍບັນດາວິຊາການ ທີ່ເອົາໃຈໃສ່ ແລະ ເປັນໃຈກາງ ໃນການສູ້ຊົນຊ່ວຍເຫຼືອ ໃນການກໍ່ສ້າງປ້ຳນ້ຳມັນເຊື້ອໄຟໃນຄັ້ງນີ້ ສຳເລັດຕາມຈຸດປະສົງຄາດໝາຍ.
ຂ່າວ: ນັກຮົບຊ່າງແສງ
ພາບ: ຄຳພຸດ ລາດຊະຊົມພູ