ວັນທີ 5 ກຸມພາ 2025,ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີມອບ-ຮັບລາງ ວັນມາດ ຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2025 ໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ທີ່ສາ ມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງ ທ່ຽວອາຊຽນ ເຊິ່ງມອບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ.
ການມອບ-ຮັບລາງວັນ ໃນຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ 2, ມີທັງ ໝົດ 28 ລາງວັນ ທີ່ ສປປ ລາວ ໄດ້ຮັບຈາກອາຊຽນ ໃນ 4 ມາດ ຕະຖານ ຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະ ຖານການ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດ ຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າສາ ທາລະນະອາຊຽນ.
ໃນນັ້ນ, ມາດຕະຖານເຮືອນພັກປະຊາຊົນອາຊຽນ ໄດ້ຮັບລາງ ວັນ ປະກອບມີ: ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ, ບ້ານດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ, ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ບ້ານນາຍາງ ເມືອງນໍ້າບາກ ແຂວງຫລວງພະບາງ.
ສຳລັບ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມອາຊຽນ ລວມມີ: ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເມືອງຫົວເມືອງ ແຂວງຫົວພັນ, ບ້ານທ່າແປ້ນ ນະຄອນຫລວງພະບາງ ແຂວງຫລວງພະບາງ, ບ້ານຊາງໄຫ ເມືອງປາກອູ ແຂວງຫລວງພະບາງ, ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ, ບ້ານນາລັນເໜືອ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ແລະ ບ້ານໜອງຢາເທິງ ເມືອງປາກຊ່ອງ ແຂວງຈໍາປາສັກ.
ມາດຕະຖານການບໍລິການສະປາອາຊຽນມີ: ຮ້ານ Senses ສະປາ ຢູ່ໂຮງແຮມຄລາວ ພລາຊາ ນະຄອນຫລວງວຽງຈັນ, ຮ້ານບ້ານລາວສະປາ ຢູ່ໂຮງແຮມມາຍບ້ານລາວ ແຂວງຫລວງພະບາງ, ຮ້ານແມ່ຂອງສະປາ ຢູ່ໂຮງແຮມພູວາວ ແຂວງຫລວງພະບາງ, ຮ້ານດາຫລາສະປາ ນະຄອນຫລວງວຽງຈັນ, ຮ້ານ Nice ນວດ ແລະ ສະປາ ນະຄອນຫລວງວຽງຈັນ ແລະ ຮ້ານ Frangipani ສະປາ ຢູ່ສະຫວັນຣີສອດ ແຂວງສະຫວັນນະເຂດ.
ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ປະກອບມີ: ຫ້ອງນໍ້າສາທາລະນະ ໜອງສະພັງແລນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ວັດຊຽງທອງ ແຂວງຫລວງພະບາງ, ຫ້ອງນໍ້າສາ ທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ ແຂວງຫລວງນໍ້າທາ, ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ, ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວພະທາດຫລວງວຽງຈັນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ວັດສີເມືອງ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ຫໍພິພິທະພັນແຫ່ງຊາດ ແຂວງຫລວງພະບາງ, ຫ້ອງນໍ້າສາທາລະ ນະ ພິພິທະພັນສີສະເກດ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາ ທາລະນະວັດໃໝ່ ແຂວງຫລວງພະບາງ ແລະ ຫ້ອງນໍ້າສາທາລະ ນະ ສະຖານທີ່ທ່ອງທ່ຽວ ຫໍໄຕປີດົກວັດສີມຸງຄຸນ ວັດບ້ານກາງ ແຂວງສາລະວັນ.
ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ແມ່ນລາງວັນອັນຊົງກຽດທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວອາຊຽນ ໃຫ້ມີຄຸນນະພາບທີ່ດີ ໂດຍສະເພາະ ການພັດທະນາອຸດສາຫະກຳການທ່ອງທ່ຽວຂອງ ສປປ ລາວ ເຊິ່ງເປັນຄວາມພະຍາຍາມ ແລະ ການປະກອບສ່ວນພັນທະຢ່າງຕັ້ງໜ້າ ຂອງພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ທີ່ຈຳເປັນຕ້ອງໄດ້ປະຕິບັດເພື່ອຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຮັບຜິດ ຊອບ, ມີຄວາມຍືນຍົງ ແລະ ສາມາດແຂ່ງຂັນກັນໄດ້.





