ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ລົດຂົນສົ່ງວັກຊິນ 9 ຄັນ ໃຫ້ 8 ແຂວງທົ່ວປະເທດ

May 21, 2024

ກະຊວງສາທາລະນະສຸກ ມອບລົດຈໍານວນ 9 ຄັນ, ມູນຄ່າ 481.500 ໂດລາສະຫະລັດ ໃຫ້ 8 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງ ໄຊສົມບູນ, ບໍລິຄໍາໄຊ, ແຂວງວຽງຈັນ, ອັດຕະປື, ເຊກອງ, ຫົວພັນ ແລະໄຊຍະບູລີ ເມື່ອບໍ່ດົນມານີ້ທີ່ ນະຄອນຫລວງວຽງຈັນ.
ລົດດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການຂົນສົ່ງວັກຊິນຈາກແຂວງ ຫາ ເມືອງ, ເມືອງ ຫາ ສຸກສາລາ ທັ້ງນີ້ກໍເພື່ອ ເປັນການຮັບປະກັນຄຸນນະພາບຂອງວັກຊິນ ໃຫ້ມີຄວາມປອດໄພ ຮັກສາຄວາມເຢັນໃຫ້ຢູ່ໃນເກນມາດຕະຖານກ່ອນຈະບໍລິການໃຫ້ກັບປະຊາຊົນ.
ທີ່ມາ: ສູນຂ່າວສານການແພດ ແລະ ສຸຂະສຶກສາ
May be an image of 6 people, dais and text