ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ວຽກກວດກາ, ຈັດຕັ້ງ, ຍຸຕິທໍາ ແລະ ຮສສ ເມືອງແກ່ນທ້າວ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່.

Apr 4, 2025

ພິທີ ມອບ-ຮັບ ວຽກ ລະຫວ່າງ ປະທານຄະນະກວດກາພັກເມືອງ ຜູ້ເກົ່າ-ຜູ້ໃໝ່, ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ເກົ່າ-ຜູ້ໃໝ່, ຫົວໜ້າຫ້ອງການຍຸຕິທໍາເມືອງ ຜູ້ເກົ່າ-ຜູ້ໃໝ່ ແລະ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຜູ້ເກົ່າ-ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ເມສາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນສອງຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຈິນດາ ກະທາທອງ ປະທານຄະນະກວດກາພັກເມືອງ ຜູ້ເກົ່າ ໄດ້ຜ່ານບົດບັນທຶກ ມອບ-ຮັບ ວຽກ ໃຫ້ ທ່ານ ສຸພິດ ໂຮມຊັບ ປະທານຄະນະກວດກາພັກເມືອງ ຜູ້ໃໝ່, ທ່ານ ນາງ ຈັນທະສອນ ແສນພັນສິລິ ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ເກົ່າ ໄດ້ຜ່ານບົດບັນທຶກ ມອບ-ຮັບ ວຽກ ໃຫ້ ທ່ານ ນາງ ມະນີວັນ ກັນດີ ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ໃໝ່, ທ່ານ ສຸພິດ ໂຮມຊັບ ຫົວໜ້າຫ້ອງການຍຸຕິທໍາເມືອງ ຜູ້ເກົ່າ ໄດ້ຜ່ານບົດບັນທຶກ ມອບ-ຮັບ ວຽກ ໃຫ້ ທ່ານ ບຸນຕຽນ ໄພບູນ ຫົວໜ້າຫ້ອງການຍຸຕິທໍາເມືອງ ຜູ້ໃໝ່ ແລະ ທ່ານ ສົມຫວັງ ພຸດທະສັກ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຜູ້ເກົ່າ ໄດ້ຜ່ານບົດບັນທຶກ ມອບ-ຮັບ ວຽກ ໃຫ້ ທ່ານ ອານຸເດດ ພິທັກ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຜູ້ໃໝ່. ຈາກນັ້ນ, ປະທານຄະນະກວດກາພັກເມືອງ ຜູ້ເກົ່າ-ຜູ້ໃໝ່, ຫົວໜ້າ ຄະນະຈັດຕັ້ງເມືອງ, ຫ້ອງການຍຸຕິທໍາເມືອງ ແລະ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຜູ້ເກົ່າ-ຜູ້ໃໝ່ ໄດ້ເຊັນບົດບັນທຶກ ມອບ-ຮັບ ວຽກ ຮ່ວມກັນຢ່າງເປັນທາງການ ໂດຍຊ່ອງໜ້າ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ.
ຂ່າວແກ່ນທ້າວ