ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ວຽກຊີ້ນໍາຂົງເຂດເສດຖະກິດ ເມືອງແກ່ນທ້າວ.

Feb 28, 2025

ຕອນເຊົ້າວັນທີ 27 ກຸມ​ພາ 2025, ທີ່ຫ້ອງ​ປະ​ຊຸມ​ຫ້ອງວ່າ​ການ​ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບວຽກຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ລະຫວ່າງ ທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ ແລະ ທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງ.
ທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ ໄດ້ຜ່ານບົດ ບັນທຶກ ມອບ-ຮັບ ວຽກຊີ້ນໍາຂົງເຂດເສດຖະກິດ ໂດຍໄດ້ຍົກໃຫ້ເຫັນ ຜົນສໍາເລັດການຊີ້ນໍາຂົງເຂດເສດຖະກິດ ໃນໄລຍະ 5 ປີຜ່ານມາ (2020-2024) ແລະ ບາງວຽກ​ງານຈຳ​ນວນ​ໜຶ່ງ​ທີ່​​ຄົງ​ຄ້າງ ທີ່ຈະ​ຕ້ອງ​ໄດ້​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຕໍ່​ໜ້າ ໂດຍ​ສະ​ເພາະ​ແມ່ນ​ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົງຄົມ 5 ປີຂອງເມືອງ (2025-2029) ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ການ​ນຳ​ພາ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ​-ການ​ເງິນ ແລະ ຊຸກ​ຍູ້​ບັນ​ດາ​ຂະ​ແໜງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ພາ​ລະ​ບົດ​ບາດ​ຂອງ​ຕົນ. ເຊິ່ງໄລ​ຍະ​ຜ່ານ​ມາໄດ້ນໍາພາປະຕິບັດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ຂອງ​ເມືອງ ແລະ ປະ​ຕິ​ບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ເສດ​ຖະ​ກິດຂອງເມືອງຂະຫຍາຍຕົວ ໃນລະດັບ 6,5% ການຈັດເກັບລາຍຮັບງົບປະມານ 5 ປີ ​ປະ​ຕິ​ບັດໄດ້ 36,17 ຕື້ກີບ, ເທົ່າກັບ 117,47% ຂອງ​ແຜນ​ການ.
ດ້ານອຸດ​ສາ​ຫະ​ກຳ-ການຄ້າ ການ​ຜະ​ລິດອຸດສາຫະກຳ​ປຸງ​ແຕ່ງ ແລະ ຫັດຖະກຳ ປະ​ຕິ​ບັດ​ໄດ້ 20,94 ຕື້ກີບ, ສະ​ເລ່ຍ​ເພີ່ມ​ຂື້ນ 90,14% ຕໍ່​ປີ. ດ້ານກະສິກໍາ ໄດ້ຊຸກຍູ້ການ​ຜະ​ລິດ​ເຂົ້າໄດ້​ທັງ​ໝົດ 31,300 ກວ່າໂຕນ​​, ທຽບ​ໃສ່ແຜນ​ປະ​ຕິ​ບັດ​ໄດ້ 95,14%, ສະເລ່ຍໃສ່ຫົວຄົນໜື່ງໄດ້ 761 ກິໂລ/ຄົນ. ການປູກພືດສະບຽງ ອາຫານ ສ​າ​ມາດ​ຜະ​ລິດ​ໄດ້ 800 ກວ່າເຮັກ​ຕາ, ຜົນ​ຜະ​ລິດ​ 6,500 ກວ່າໂຕນ.
ນໍາພາແກ້ໄຂຄວາມທຸກຍາກຕາມດໍາລັດ 348/ລບ ເຮັດໃຫ້ຄອບຄົວພົ້ນ​ທຸກບັນລຸ 8,000 ກວ່າຄອບຄົວ ກວມເອົາ 95 ສ່ວນຮ້ອຍ, ​ຄອບ​ຄົວບັນ​ລຸ​ມາດ​ຖານ​ການ​ພັດ​ທະ​ນາ 7,600 ກວ່າຄົບ​ຄົວ ກວມ​ເອົາ 90%, ການສ້າງບ້ານພັດທະນາບັນລຸ 34 ບ້ານ ກວມເອົາ 72%. ດ້ານການລົງທຶນ ສາ​ມາດ​ລະ​ດົມ​ການ​ລົງ​ທຶນ​ທົ່ວ​ສັງ​ຄົມໄດ້ທັງ​ໝົດ 201 ຕື້ກີບ ໃນນັ້ນ; ການ​ລົງ​ທຶນ​ຂອງ​ລັດ ກວມ​ເອົາ 4,64% ແລະ ອື່ນໆ.
ຈາກນັ້ນ, ທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ ແລະ ທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງ ໄດ້ເຊັນບົດບັນທຶກ ມອບ -ຮັບ ວຽກຊີ້ນໍາຂົງເຂດເສດຖະກິດ ຢ່າງເປັນທາງການ.
ຂ່າວ: ແກ່ນທ້າວ.