ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ເຄື່ອງອຸປະກອນ ຮັບໃຊ້ໂຄງການຝົນຝອຍ ໄລຍະ III ໃຫ້ 2 ເມືອງຂອງ 2 ແຂວງ

Nov 14, 2024

ພິທີ ມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ໂຄງການຝົນຝອຍໄລຍະ III ໃຫ້ 2 ເມືອງເປົ້າໝາຍ ຄື: ເມືອງປາກຊ່ອງ, ແຂວງຈໍາສັກ ແລະ ເມືອງທ່າແຕງ, ແຂວງເຊກອງ ຈັດຂຶ້ນໃນວັນທີ 11 ພະຈິກ 2024, ທີ່ບ້ານຫລັກຂາວ, ເມືອງທ່າແຕງ ແຂວງເຊກອງ ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອຸປະກອນທີ່ມອບຄັ້ງນີ້ ປະກອບມີລົດແທັກເຕີ້ ພ້ອມຮາງລາກຄົບຊຸດ ຈໍານວນ 15 ຄັນ. ໃນນີ້, ມອບໃຫ້ເມືອງທ່າແຕງ ແຂວງເຊກອງ ຈໍານວນ 9 ຄັນ, ມອບໃຫ້ເມືອງປາກຊ່ອງ ແຂວງຈໍາປາສັກ 4 ຄັນ ແລະ ມອບໃຫ້ສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫລີ ຈໍານວນ 2 ຄັນ ເພື່ອນໍາໃຊ້ເຂົ້າໃນວຽກງານການຜະລິດກະສິກໍາ, ຫລຸດຜ່ອນແຮງງານຄົນ ແລະ ຕົ້ນທຶນການຜະລິດ ແນໃສ່ຍົກສະມັດຕະພາບຜົນຜະລິດໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ມີຄວາມຍືນຍົງ.
ທ່ານ ອຸດ ກໍລະຊາປຸ ຜູ້ປະສານງານໂຄງການຂັ້ນແຂວງ ໄດ້ໃຫ້ຮູ້ວ່າ: ໂຄງການຊົນລະປະທານ ຝົນຝອຍ ໄລຍະ III ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ມີນາ ປີ 2023. ປັດຈຸບັນ ການຕິດຕັ້ງລະບົບໄຟຟ້າ ແລະ ເຄື່ອງອຸປະກອນ ຄື: ການຕິດຕັ້ງລະບົບຕາຂ່າຍໄຟຟ້າແຮງກາງ 22 Kv ລວງຍາວທັງໝົດ 7,458 ແມັດ, ຕິດຕັ້ງໝໍ້ແປງໄຟຟ້າ ຂະໜາດ 50 Kva ຈໍານວນ 31 ຈຸດ; ຕິດຕັ້ງລະບົບສະປິງເກີ ສໍາລັບເນື້ອທີ່ 4 ເຮັກຕາ ພ້ອມເຄື່ອງສູບນໍ້າ ບາດານ 13Kw ຈໍານວນ 31 ຈຸດ ສຳເລັດແລ້ວ 100%.
ຂ່າວ: ພຸດທະສອນ