ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ 6 ແຂວງພາກເໜືອ

Sep 12, 2024

ວັນທີ 12 ກັນຍານີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມ 6 ແຂວງພາກເໜືອ ມູນຄ່າ 240.000.000 ກີບ, ຕາງໜ້າມອບໂດຍ ປະທານບໍລິສັດ ລາວຊິນຫຼົງ ບຸກເບີກອຸດສາຫະກໍາບໍ່ແຮ່ ຈໍາກັດ, ຮັບໂດຍ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດລາວຊິນຫຼົງບຸກເບີກອຸດສາຫະກຳບໍ່ແຮ່ ຈຳກັດ ທີ່ເຫັນໄດ້ຄວາມສໍາຄັນ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຟື້ນຟູຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນຄັ້ງນີ້ ທັງສະແດງເຖິງຄວາມເປັນຫ່ວງເປັນໃຍຈາກພັກ-ລັດ ແລະ ພ້ອມທັງຢືນຢັນວ່າ ຈະນໍາເອົາເງິນຈໍານວນດັ່ງກ່າວ ໄປມອບໃຫ້ແກ່ປະຊາຊົນແຂວງພາກເໜືອທີ່ຖືກເຄາະຮ້າຍຈາກໄພພິບັດ.
ຈາກນັ້ນ, ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມອບໃບກຽດຕິຄຸນ ໃຫ້ແກ່ບໍລິສັດ ລາວຊິນຫຼົງບຸກເບີກອຸດສາຫະກຳບໍ່ແຮ່ ຈຳກັດ ເພື່ອເປັນການຈາລຶກຄຸນງາມຄວາມດີທັງເປັນສັນຍາລັກໃນການພົວພັນ ຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນລະຫວ່າງ 2 ຝ່າຍໃນອະນາຄົດ ແລະ ຫວັງວ່າໂອກາດໜ້າຄົງຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.
ຂ່າວ-ພາບ: ແສງຈັນ