ພິທີມອບ-ຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການໂຄງການ ພັດທະນາສວນສາທາລະນະແຄມຂອງ ນະຄອນປາກເຊ ແຂວງຈໍາປາສັກ, ໂດຍພິທີຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ທັນວາ 2024 ທີ່ສວນສາທາລະນະແຄມຂອງ ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຊິນດາຊອຍ ຜູ້ຕາງໜ້າກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) ປະຈໍາລາວ, ມີຜູ້ອໍານວຍການບໍລິສັດຮານຊິນ,ຜູ້ອໍານວຍການບໍລິສັດອີຊານ, ພ້ອມດ້ວຍແຊກຮັບເຊີນເຂົ້າຮ່ວມ.
ໃນພິທີໄດ້ລາຍງານກ່ຽວກັບ ຈຸດປະສົງ ແລະ ລະດັບຄາດ ໝາຍຂອງໂຄງການ ເພື່ອປ້ອງກັນການກັດເຊາະຂອງຕະຝັ່ງ ຕາມແຄມແມ່ນ້ຳຂອງ ແລະ ແຄມນ້ຳເຊໂດນ ຢູ່ຝັ່ງນະຄອນປາກເຊ ແລະ ຝັ່ງເມືອງໂພນທອງ, ປ້ອງກັນນ້ຳຖ້ວມ ສະຖານທີ່ພັກອາໄສ ລວມທັງເນື້ອທີ່ການຜະລິດ ຂອງປະຊາຊົນບັນດາເຜົ່າ, ປັບປຸງ- ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ຊາວນະຄອນປາກເຊ ແລະ ເມືອງໂພນທອງ, ສ້າງເງື່ອນໄຂໃຫ້ມີສະຖານທີ່ພັກຜ່ອນ ແລະ ເປັນບ່ອນອອກກຳລັງກາຍ ເພື່ອສົ່ງເສີມສຸຂະພາບຂອງປະຊາຊົນ ທັງເປັນການດຶງດູດການທ່ອງທ່ຽວໃນໃຈກາງເມືອງ (ນະຄອນປາກເຊ).
ພ້ອມນີ້ໄດ້ມີການກ່າວມອບ-ຮັບໂຄງການລະຫວ່າງຜູ້ຮັບ ເໝົາກໍ່ສ້າງກັບເຈົ້າຂອງໂຄງການ ໂດຍປັດຈຸບັນ ໂຄງການພັດ ທະນາແຄມຂອງ ນະຄອນປາກເຊ ແຂວງຈໍາປາສັກ ໄລຍະທີ 01 ສັນຍາ Lao-12 ແມ່ນກໍ່ສ້າງສໍາເລັດໂດຍພື້ນຖານ ແລະ ຜູ້ຮັບ ເໝົາກໍ່ສ້າງ ໄດ້ກ່າວມອບຮັບໂຄງການໃຫ້ເຈົ້າຂອງໂຄງການຄຸ້ມຄອງນໍາໃຊ້ຕາມລະບຽບການ ເຊິ່ງສວນທາລະນະແຄມຂອງນະ ຄອນປາກເຊ ມີເນື້ອທີ່ 9.50 ເຮັກຕາ ແລະ ສິ່ງປະກອບພາຍໃນສວນ (ທາງຄູປ້ອງກັນນ້ຳຖ້ວມ, ທາງຄົນຍ່າງ, ລະບົບໄຟປະດັບສວນ, ຕົ້ນໄມ້ ແລະ ດອກໄມ້ປະດັບ, ເດີ່ນຫຍ້າ, ອາຄານຫ້ອງນ້ຳ, ສະຖານທີ່ຈອດລົດ ແລະ ອື່ນໆ) ໃຫ້ນະຄອນປາກເຊ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້.
ຂ່າວ-ພາບ: ຈັນທະວີສັກ






