ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ແລະ ເປີດນຳໃຊ້ສະໜາມກິລາເປຕັງໃນຮົ່ມຂອງແຂວງຈໍາປາສັກ

Nov 22, 2024

ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ຈັດພິທີມອບ – ຮັບ ແລະ ເປີດການນຳໃຊ້ສະໜາມກິລາເປຕັງໃນຮົ່ມ ໃນວັນທີ 21 ພະຈິກ 2024 ທີ່ສະໜາມກິລາດັ່ງກ່າວ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງສະໜາມກິລາຫຼັກ 2 (ບ້ານແກ້ວສຳພັນ ນະຄອນປາກເຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ.
ສະໜາມກິລາດັ່ງກ່າວ ແມ່ນກໍ່ສ້າງໃໝ່ນີ້ ໄດ້ຮັບການກໍ່ສ້າງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 960/ຈຂ.ຈສ ລົງວັນທີ 22 ສິງຫາ 2024 ໂດຍແມ່ນບໍລິສັດ 3 ແອັດສ ແອັດສ ດີຊີ ກໍ່ສ້າງ ເຄຫາສະຖານ ຈຳກັດຜູ້ດຽວ ເປັນຜູ້ຊະນະການປະມູນ ແລະ ຮັບເໝົາກໍ່ສ້າງ,ຊຶ່ງຕາມແຜນຈະໃຫ້ສຳເລັດ 12 ເດືອນ ແຕ່ສາມາດປະຕິບັດຕົວຈິງກໍ່ສ້າງສຳເລັດ 100% ພາຍໃນ 2 ເດືອນ ກັບ 21 ວັນ ໃນມູນຄ່າທັງໝົດ 2 ຕື້ 994 ລ້ານ ກີບ,ເຊິ່ງນໍາໃຊ້ງົບປະມານຂອງລັດ ບ້ວງເງິນເກີນແຜນ ສົກປີ 2023-2024.
ເປັນສະໜາມແຂ່ງຂັນທີ່ໄດ້ມາດຕະຖານສາກົນ ມີ 12 ເດີ່ນແຂ່ງຂັນ ສາມາດຮອງຮັບການແຂ່ງຂັນໄດ້ 12 ຄູ່ພ້ອມດຽວກັນ ເພື່ອຮອງຮັບການເປັນເຈົ້າພາບຈັດການແຂ່ງຂັນ ກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ I ທີ່ຈະຈັດຂຶ້ນໃນຕໍ່ໜ້າແລະ ຈະເປັນບ່ອນຝຶກຊ້ອມ ,ແຂ່ງຂັນໃນລາຍການຕ່າງໆຂອງນັກກິລາ ເພື່ອເປັນການສົ່ງເສີມ ພັດທະນາກິລາເປຕັງລາວ ກໍຄືແຂວງຈຳປາສັກໃຫ້ກ້າວຂື້ນສູ່ເວທີສາກົນ ແລະ ພາກພື້ນ.
ຂ່າວ: ເກດສະໜາ ແກ້ວສູວັນນະແສງ.