ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ​ ແລະ​ ເປີດນໍາໃຊ້​ຖໍ້າ​ກະສິກໍາ​ ທີ່ເມືອງວຽງໄຊ

Nov 30, 2024

ໃນວັນທີ​ 29​ ພະຈິກ​ 2024​ ໄດ້ມີພິທີ​ ມອບ-ຮັບ​ ແລະ​ ເປີດນໍາໃຊ້​ຖໍ້າ​ກະສິກໍາ​ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ​ ແລະ​ ເປີດປ້າຍອະນຸສອນສະຖານຖໍ້າປະຫວັດສາດແຫ່ງນີ້ໂດຍທ່ານ​ ລິນຄໍາ​ ດວງສະຫວັນ​ ລັດຖະມົນຕີກະຊວງກະສິກໍາແລະປ່າໄມ້,​ ມີ ຮອງເຈົ້າແຂວງໆ​ຫົວພັນ,​ອົງການປົກຄອງທ້ອງຖິ່ນຂັ້ນເມືອງ​ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.
ໂຄງການບູລະນະຖໍ້າແຫ່ງນີ້ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່​ ປີ​ 2019,​ ປັດຈຸບັນແມ່ນສໍາເລັດ​ 100%​ ເຊິ່ງມີມູນຄ່າການບູລະ ນະປົວແປງ 3.5 ຕື້ກວ່າກີບ. ຖໍ້າດັ່ງກ່າວ ຕັ້ງຢູ່ບ້ານພູໄຊ,​ ເມືອງ​ ວຽງໄຊ, ແຂວງຫົວພັນ​ ຫ່າງຈາກຕົວເມືອງວຽງໄຊ ປະມານ​ 2 ກິໂລແມັດ,​ ມີເນື້ອທີ່ປະມານ 3,326​ ຕາແມັດ,​ ເປັນຖໍ້າທີ່ມີມູນ ເຊື້ອທາງດ້ານປະຫວັດຂອງຂະແໜງການກະສິກໍາ​ ແລະປ່າໄມ້,​ ເຊິ່ງພາຍຫລັງການມອບຮັບ ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້ ເມືອງວຽງ​ໄຊ ຈະເປັນ​ຜູ້​ຄຸ້ມ​ຄອງ, ໂດຍ​ການຈັດ​ພະ​ນັກ​ງານ​ວິ​ຊາ​ການມາ​ປະ​ຈຳ​ການ, ບໍ​ລິ​ການ ໃນ​ການຈັດເປັນສະຖານທີ່ຝຶກອົບຮົມ, ປະ​ຊຸມ/ສຳ​ມະ​ນາ, ເປັນ​ບ່ອນຮຽນຮູ້, ສະຖານທີ່ທ່ອງ​ທ່ຽວ, ຂາຍເຄື່ອງທີ່ລະນຶກ ແລະ ຜະລິດຕະພັນກະສິກຳ ແລະ ອື່ນໆ.
ທີ່ມາ: ຂ່າວກະສິກຳ
May be an image of 2 people