ພິທີ ມອບ-ຮັບ ໂຄງການກໍ່ສ້າງຂົວນໍ້າມະ ບ້ານຈ່າຄໍາຕັນກາງ ກຸ່ມບ້ານສີວິໄລ ເມືອງລອງ ແຂວງຫລວງນ້ຳທາ ຈັດຂຶ້ນໃນວັນທີ 25 ຕຸລາ 2024 ຜ່ານມາ, ຕາງໜ້າມອບໂດຍ ທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆລອງ ແລະ ຮັບໂດຍນາຍບ້ານຈ່າຄໍາຕັນກາງ.
ຂົວຂ້າມນໍ້າມະ ມີລວງກ້ວາງ 4 ແມັດ, ຍາວ 36,30 ແມັດ, ເປັນຂົວເບເລ, ລວມມູນຄ່າການກໍ່ສ້າງທັງໝົດ 1,2 ຕື້ກວ່າກີບ.ໃນນັ້ນ, ຄະນະນໍາຂອງເມືອງໄດ້ປະກອບສ່ວນຊ່ວຍເຫລືອເງິນສົດຈໍານວນ 72 ລ້ານກີບ ແລະ ປະຊາຊົນບ້ານຈ່າຄໍາຕັນກາງ ປະກອບສ່ວນທຶນລວມມູນຄ່າ 536 ລ້ານກີບ.
ໂອກາດດັ່ງກ່າວ, ທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆລອງ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບ້ານຈ່າຄໍາຕັນກາງ ຕ້ອງພ້ອມກັນປົກປັກຮັກສາຂົວດັ່ງກ່າວ ໃຫ້ດີ, ໃຫ້ສາມາດນໍາໃຊ້ໄດ້ຍາວນານ, ທັງຮັບ ປະກັນການສັນຈອນໄປ-ມາມີຄວາມປອດໄພ; ໃຫ້ອົງການປົກຄອງບ້ານຈ່າຄໍາຕັນ ເອົາໃຈໃສ່ວຽກງານການເມືອງ-ນໍາພາແນວຄິດເຮັດ ໃຫ້ປະຊາຊົນມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ພັດທະນາບ້ານ, ພັດທະນາຄອບຄົວໃຫ້ເປັນຄອບຄົວພັດທະນາ, ເອົາໃຈໃສ່ເຮັດໃຫ້ບ້ານເປັນບ້ານທີ່ມີຄວາມສະຫງົບສຸກຕະຫລອດໄປ.
ຂ່າວ: ຈັນສຸກ ຜົນປະເສີດ




