ພິທີມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025 ນີ້, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີ ທ່ານ ຄໍາພັນ ສິດທິດໍາພາ ກໍາມະກາງສູນກາງພັກ ເຈົ້າແຂວງວຽງຈັນ, ມີການນຳຂັ້ນສູນກາງ ພ້ອມດ້ວຍ ຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງຂັ້ນນໍາພາ, ບັນຊາ ທັງສອງຝ່າຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ. ຈາກນັ້ນ, ທ່ານ ພົນເອກ ເລືອງ ຕາມ ກວາງ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄືຕາງໜ້າ ກະຊວງປ້ອງຄວາມສະຫງົບ ສສ ຫວຽດນາມ ກ່າວມອບ ໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ປົກປັກຮັກສາ ແລະ ນໍາໃຊ້ ຢ່າງເປັນທາງການ.
ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄື ກະຊວງປ້ອງຄວາມສະຫງົບ ສປປ ລາວ ກ່າວຮັບຢ່າງເປັນທາງການ, ພ້ອມທັງກ່າວຊົມເຊີຍຢ່າງສຸດໃຈ ມາຍັງ ທ່ານ ພົນເອກ ເລືອງ ຕາມ ກວາງ ທີ່ສະຫຼະເວລາອັນມີຄ່າໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນ ໃນພິທີຄັ້ງນີ້, ເຊິ່ງຄໍາເຫັນຂອງສະຫາຍ ລ້ວນແຕ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງແບບພິເສດ, ສ່ອງແສງເຖິງມູນເຊື້ອການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ແລະ ບໍລິສຸດຜຸດຜ່ອງຂອງສອງປະເທດ ລາວ-ຫວຽດນາມ.

ພົນເອກ ວິໄລ ຫ້າຄໍາຟອງ ກ່າວວ່າ: ສະພາບການແຜ່ລະບາດ ຂອງຢາເສບຕິດຢູ່ໃນໂລກ ແລະ ພາກພື້ນ ມີທ່າອ່ຽງເພີ່ມຂຶ້ນທຸກປີ, ເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບປອດໄພ, ກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນໂລກ; ສປປ ລາວ ພວກເຮົາ ກໍປະເຊີນໜ້າກັບໄພຂົ່ມຂູ່ດັ່ງກ່າວ; ຢາເສບຕິດ ໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ, ລູກຫຼານຮຸ່ນສືບທອດຈໍານວນບໍ່ໜ້ອຍ, ພວກເຂົາໄດ້ຫຼົງຜິດກາຍເປັນທາດຂອງຢາເສບຕິດ, ເຮັດໃຫ້ເສຍຊີວິດ, ເສຍສຸຂະພາບ, ເສຍຊັບສິນ; ເປັນສາເຫດກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ຂອງສັງຄົມ, ສົ່ງຜົນກະທົບ ຕໍ່ການສ້າງສາພັດທະນາປະເທດຊາດ. ຍ້ອນເຫັນໄດ້ຜົນກະທົບຂອງບັນຫາດັ່ງກ່າວ; ພັກ, ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ຍົກເປັນວາລະແຫ່ງ ແລະ ຈັດຕັ້ງປະຕິບັດ ນັບແຕ່ປີ 2021 ເປັນຕົ້ນມາ; ໃນນັ້ນ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຮັບພາລະໜ້າທີ່ເປັນໃຈກາງໃນການປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງທົ່ວສັງຄົມ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດດໍາເນີນໄປຢ່າງຄົບຊຸດ, ມີປະສິທິຜົນ ໃນການຈັດຕັ້ງປະຕິບັດ ມັນມີຄວາມຈໍາເປັນຕ້ອງມີສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ເປັນລະບົບຄົບຊຸດ ເພື່ອຊ່ວຍຜູ້ຕິດຢາເສບຕິດ ໄດ້ເຂົ້າເຖິງການປິ່ນປົວ ແລະ ຟື້ນຟູສຸຂະພາບຖືກວິທີ, ຢຸດເຊົາການເສບຢາຢ່າງຖາວອນ, ໄດ້ຮັບການຝຶກວິຊາຊີບ ໃຫ້ສາມາດທຳມາຫາກິນ ແລະ ດຳລົງຊີວິດຮ່ວມກັບຄົນໃນສັງຄົມ ໄດ້ປົກກະຕິ. ດ້ວຍເຫດນັ້ນ ພັກ, ລັດຖະບານ ລາວ-ຫວຽດນາມ ຈິ່ງໄດ້ຕົກລົງເປັນເອກະພາບ ມອບໃຫ້ລັດຖະມົນຕີຂອງສອງກະຊວງປ້ອງກັນຄວາມສະຫງົບ ຮ່ວມກັນວາງສີລາລຶກ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແຫ່ງນີ້ ໃນວັນທີ 12 ກໍລະກົດ 2024 ດ້ວຍທຶນຊ່ວຍຈາກລັດຖະບານ ສສ ຫວຽດນາມ; ມາຮອດປັດຈຸບັນ ການກໍ່ສ້າງແມ່ນສໍາເລັດຕາມລະດັບຄາດໝາຍ ແລະ ສາມາດມອບ-ຮັບ ຕາມກໍານົດເວລາ.
ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງສະແດງຄວາມເຊື່ອໝັ້ນວ່າ ສູນແຫ່ງນີ້ ຈະກາຍເປັນສັນຍາລັກແຫ່ງມິດຕະພາບ ລາວ-ຫວຽດນາມ, ເປັນສູນຕົວແບບໃນການປິ່ນປົວຜູ້ຕິດຢາເສບຕິດ ເນື່ອງຈາກເປັນສູນທີ່ມີລະບົບພື້ນຖານໂຄງລ່າງຄົບຊຸດ, ມີອຸ ປະກອນ ແລະ ເຄື່ອງມືທີ່ຈຳເປັນ, ມີພະນັກງານແພດໝໍ ທີ່ໄດ້ຮັບການຝຶກອົບຮົມວຽກງານປິ່ນປົວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ມາໂດຍສະເພາະ; ເຊິ່ງຕະຫຼອດໄລຍະຜ່ານມາກໍໄດ້ຖືເອົາການປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ເປັນໜ້າວຽກໜຶ່ງທີ່ສໍາຄັນ ເພື່ອຊ່ວຍໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກວົງຈອນຢາເສບຕິດ, ມີສຸຂະພາບທີ່ດີ ປະກອບສ່ວນເຂົ້າໃນການສ້າງພັດທະນາປະເທດຊາດ.

ນອກນັ້ນ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຍັງຕາງໜ້າພັກ, ລັດຖະບານລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງສູນແຫ່ງນີ້, ເຊິ່ງໄດ້ສະແດງໃຫ້ເຫັນເຖິງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ປະຊາຊົນ ກໍຄືກຳລັງປ້ອງກັນຄວາມສະຫງົບຂອງສອງປະເທດ ລາວ-ຫວຽດນາມ; ຫວັງຢ່າງຍິ່ງວ່າ ເພື່ອນຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືແລກປ່ຽນບົດຮຽນປະສົບການ, ຍົກລະດັບຄວາມຮູ້ ຄວາມສາມາດໃນຂົງເຂດວຽກງານປິ່ນປົວຜູ້ຕິດຢາເສບ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ນັບມື້ ເຂັ້ມແຂງ, ມີປະສິດທິພາບ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ໃນພິທີ ຍັງໄດ້ມອບຫຼຽນກາ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນຄວາມສະຫງົບລາວ ໃຫ້ນາຍຕຳຫຼວດ ແລະ ພະນັກງານບໍລິສັດຫຸ້ນສ່ວນການລົງທຶນຕົວເມືອງ ແລະ ເຂດອຸດສາຫະກຳ ຊົງດາ 7 ສສ ຫວຽດນາມ ທີ່ຜົນງານດີເດັ່ນໃນການຊຸກຍູ້ຊ່ວຍເຫຼືອໂຄງການດັ່ງກ່າວ ໃນນີ້ ມອບຫຼຽນກາ ໃຫ້ 14 ສະຫາຍ ແລະ ມອບໃບຍ້ອງຍໍ 38 ສະຫາຍ.
ນອກນັ້ນ, ໃນພິທີ ຜູ້ແທນທັງສອງຝ່າຍຍັງໄດ້ໃຫ້ກຽດຕັດແທບຜ້າ, ເປີດປ້າຍ ມອບ-ຮັບສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢ່າງເປັນທາງການ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍໄດ້ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນພິທີ.
ທີ່ມາ: ຄວາມສະຫງົບ


