ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານໃຫ້ຜູ້ ປະກອບການໂຮງແຮມ, ຮ້ານອາຫານ

Sep 19, 2024

(16.9.24) ກະຊວງສາທາລະນະສຸກ ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ຜູ້ປະກອບການໂຮງແຮມ, ຮ້ານອາຫານ ທີ່ຈະຮັບໃຊ້ກອງປະຊຸມ ສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024 ເພື່ອຮັບປະກັນ ທາງດ້ານອະນາໄມ ສິ່ງແວດລ້ອມ ແລະ ສຸຂານາໄມອາຫານ ໃຫ້ມີຄວາມສະອາດ, ປອດໄພ ຂອງບັນດາໂຮງແຮມ ແລະ ຮ້ານອາຫານ ໃນການກຽມຄວາມພ້ອມຮັບໃຊ້ ກອງປະຊຸມສຸດຍອດອາຊຽນ.
ບັນດາທຸລະກິດໂຮງແຮມລະດັບ 4-5 ດາວ, ມີ 24 ໂຮງແຮມ ແລະ ຮ້ານອາຫານ ມີ 3 ແຫ່ງ ລວມທັງໝົດ 27 ແຫ່ງ ທີ່ໄດ້ຜ່ານການກວດ ແລະ ລົງຕິດຕາມບັນດາຫົວໜ່ວຍທຸລະກິດດັ່ງກ່າວ.
ໃຫ້ກຽດມອບໂດຍ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.