ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໜ້າທີ່ຫົວໜ້າກົມໃຫຍ່ການເມືອງກອງທັບລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

Dec 25, 2024

ມອບ-ຮັບ ໜ້າທີ່ຫົວໜ້າກົມໃຫຍ່ການເມືອງກອງທັບລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າກົມໃຫຍ່ການເມືອງກອງທັບ ລະຫວ່າງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ວົງສອນ ອິນປານພິມ ຫົວໜ້າກົມໃຫຍ່ການເມືອງກອງທັບ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 24 ທັນວາ 2024 ນີ້, ໂດຍມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຕາງໜ້າຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໃນໄລຍະຜ່ານມາທີ່ໄດ້ດຳລົງຕຳແໜ່ງ ເປັນຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເປັນເຈົ້າ ການເອົາໃຈໃສ່ນໍາພາ-ຊີ້ນຳວຽກງານຕ່າງໆ ຕາມພາລະບົດບາດ, ໜ້າທີ່ ຂອງຕົນ ເຊິ່ງສາມາດສ້າງໄດ້ຜົນງານຫຼາຍດ້ານ, ມີຄວາມສະຫງົບ ແລະ ມີການພັດທະນາໃນທຸກດ້ານ, ສະມາຊິກພັກ-ພະນັກງານ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ປະຊາຊົນ ຜົນງານດັ່ງກ່າວ, ຍ້ອນມີການນໍາພາຢ່າງໃກ້ຊິດ ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ກໍຄືຄະນະພັກແຕ່ລະຂັ້ນ ເຮັດໃຫ້ກົມໃຫຍ່ການເມືອງກອງທັບ ມີຜົນສໍາເລັດຢ່າງຈົບງາມຕະຫຼອດມາ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ກ່າວຮັບໜ້າທີ່ ໂດຍໃຫ້ຄໍາໝັ້ນສັນຍາວ່າຈະໃຊ້ທຸກຄວາມຮູ້ ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ດີທີ່ສຸດ ຕາມທິດຊີ້ນໍາ ຂອງຂັ້ນເທິງໃຫ້ມີຜົນສໍາເລັດ. ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກການມອບ-ຮັບ ໜ້າທີ່ ຫົວໜ້າກົມໃຫຍ່ການເມືອງກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ເກົ່າ ນໍາພາ ແລະ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ໃໝ່ ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ໃນການນໍາພາ-ຊີ້ນໍາຂົງເຂດວຽກ ງານຕາມພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ.
ຂ່າວ: ສົມຄິດ, ໜັງືພິມກອງທັບ