ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ

Oct 17, 2024

ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ
ວັນທີ 16 ຕຸລາ 2024, ສຳນັກຂ່າວສານປະເທດລາວຈັດພິທີມອບ-ຮັບ ໜ້າທີ ລະຫວ່າງ ທ່ານ ຄຳເຜີຍ ພິລາພາ ຜູ້ອຳ ນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ເກົ່າ ແລະ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະ ເທດລາວ ຜູ້ໃໝ່ ໂດຍມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະ ມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດ ໃນການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງທ່ານ ຄຳເຜີຍ ພິລາພາ ໃນໄລຍະຜ່ານມາ, ພ້ອມນັ້ນໃຫ້ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສໍານັກຂ່າວສານປະເທດລາວ ຄົນໃໝ່ ສືບຕໍ່ນໍາພາ-ຊີ້ນຳ ພະນັກງານ ທົ່ວສຳນັກຂ່າວສານປະເທດລາວ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການວຽກງານໃນໄລຍະໃໝ່ໃຫ້ມີຜົນສຳເລັດ.
ຂ່າວ: ຂປລ