ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງ ຄະນະກໍາມະການປົກຄອງແຂວງຄໍາມ່ວນ

Jan 3, 2026

ພິທີມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 31 ທັນວາ 2025 ຜ່ານມາ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງຄໍາມ່ວນ, ມີບັນດາສະຫາຍຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາພະນັກງານຫລັກແຫລ່ງຂອງແຂວງ ແລະ ເມືອງເຂົ້າຮ່ວມ.


ສະຫາຍ ວັນໄຊ ພອງສະຫວັນ ໄດ້ຕາງໜ້າໃຫ້ແກ່ຄະນະປະຈໍາພັກແຂວງ ລາຍງານຫຍໍ້ກ່ຽວກັບການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດບັນດາຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງແຂວງໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2026 ຊຶ່ງສາມາດເຮັດໃຫ້ທິດທາງ, ແຜນການ, ບັນດາຄາດໝາຍສູ້ຊົນທີ່ວາງອອກໄດ້ຮັບການຈັດຕັ້ງປະຕິບັດ ສາ ມາດຍາດໄດ້ຜົນສໍາເລັດທີ່ສໍາຄັນ ແລະ ພົ້ນເດັ່ນໃນຫລາຍດ້ານເຊັ່ນ: ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ ເປັນຕົ້ນ ສຸມໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກໍາລັງ ປກຊ , 4 ແຜນງານ 10 ໂຄງການຂອງກໍາລັງ ປກສ ແລະ ສໍາເລັດຕາມຕາດໝາຍທີ່ວາງໄວ້; ຂົງເຂດເສດຖະກິດ ໃນໄລຍະ 5 ປີຜ່ານມາ (2021-2025) ລວມຍອດຜະລິດ ຕະພັນພາຍໃນທັງໝົດ 5 ປີ ມູນຄ່າ 96.119 ຕື້ກີບ. ປີ 2025 ເຫັນວ່າເສດຖະກິດຂອງແຂວງໄດ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໃນໄລຍະທ້າຍປີຂອງແຜນແມ່ນຢູ່ໃນລະດັບ 6,2% (ແຜນການ 6% ຂຶ້ນໄປ, ລວມຍອດຜະ ລິດຕະພັນພາຍໃນບັນລຸ 26.772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58,1 ລ້ານກີບ ຫລື ເທົ່າກັບ 2.701 ໂດລາສະຫະລັດ/ຄົນ/ປີ, ອັດຕາເງິນເຟີ້ສະເລ່ຍ 5 ປີ ຜ່ານມາແມ່ນ 20,39%, ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕແມ່ນມາຈາກການຜະລິດສະບຽງອາຫານເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຈໍານວນໜຶ່ງ, ການຜະລິດຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສາຫະກໍາປຸງແຕ່ງ, ການຂົນສົ່ງ ແລະ ການທ່ອງທ່ຽວ; ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດການປົກຄອງ, ບໍລິຫານລັດ ແລະ ຍຸຕິທໍາ, ຂົງເຂດການຕ່າງປະເທດ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ພ້ອມກັນນັ້ນຍັງໄດ້ຍົກໃຫ້ເຫັນບັນຫາທີ່ຍັງຄົງຄ້າງຈໍານວນໜຶ່ງ, ວິໄສທັດການພັດທະນາເສດຖະກິດຮອດ ປີ 2055, ຍຸດທະສາດການພັດທະນາຮອດປີ 2035 ແລະ ບາງຕົວເລກຄາດໝາຍການພັດທະນາເສດຖະກິດ-ສັງຄົມຮອດປີ 2035.


ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ສະຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ, ປະກາດການແຕ່ງ ຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງຈໍານວນ 2 ສະຫາຍຄື: ແຕ່ງຕັ້ງ ສະຫາຍ ໝັ້ນຍືນ ຄິນສະໝອນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ (ລົງເລິກຊີ້ນໍາຂົງເຂດວຽກງານເສດຖະກິດ); ສະຫາຍ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ (ລົງເລິກຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ). ນອກຈາກນັ້ນຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂອງແຂວງອອກພັກການ-ຮັບອຸດໝູນເຂົ້າບໍານານ ຈໍານວນ 6 ສະຫາຍຄື: ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ສະຫາຍ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະ ທານຄະນະກວດກາພັກແຂວງ, ສະຫາຍ ພິດສະໄໝ ກອງຊາເດດ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ສະຫາຍ ບຸນທັນ ສຸວັນນະລາດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ບຸນກວ້າງ ແກ້ວບຸນຍົງ ກໍາມະການພັກແຂວງ ຮອງປະທານແນວລາວສ້າງຊາດແຂວງ, ສະຫາຍ ໄຊສົມບູນ ສຸວັນດາລາ ກໍາມະການພັກແຂວງ, ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄໍາຄິດເຫັນໂອ້ລົມໂດຍສະຫາຍ ໄດ້ເນັ້ນໃຫ້ໃຫ້ຄະນະກໍາມະການປົກຄອງແຂວງຊຸດໃໝ່ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ-ສະມາຊິກພັກເປັນປົກກະຕິ, ການສັບປ່ຽນໜ້າທີ່ ກໍຄື ການສັບຊ້ອນຈັດວາງຕຳແໜ່ງງານຕ່າງໆ ແລະ ການຮັບອຸດໜູນບໍານານ ຂອງພະນັກງານການນຳແຕ່ລະຂັ້ນ ແມ່ນວຽກງານປົກກະຕິ ທີ່ພວກເຮົາເຄີຍປະຕິບັດມາ, ແມ່ນການປະຕິບັດນະໂຍ ບາຍຕໍ່ພະນັກງານທຸກປະເພດ, ການຈັດວາງພະນັກງານ ຕ້ອງໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງຂອງພັກ, ທັງເປັນຫລັກການ ແລະ ລະບຽບການຂອງພັກ; ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກ ແລະ ຄະນະພັກແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການນຳພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນ ໃນຖັນແຖວສະມາຊິກພັກ, ພະນັກງານ; ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ກຽມພ້ອມປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ 10 ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ສອງວາລະແຫ່ງຊາດ ໃຫ້ເກີດຜົນເປັນຈິງ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ; ສຸມໃສ່ນໍາພາກະກຽມຄວາມພ້ອມທຸກຢ່າງ ໃນການສ້າງຕັ້ງຕາແສງ ເຊັ່ນ: ບ່ອນສະຖານທີ່ເຮັດວຽກ ຂອງຕາແສງ, ບຸກຄະລາກອນ ແລະ ກົງຈັກການຈັດຕັ້ງ ກໍ່ຄືໜ່ວຍງານຕ່າງໆຂອງຕາແສງ, ກະກຽມກົນໄກ, ລະ ບອບ-ລະບຽບການເຮັດວຽກຂອງຕາແສງ ແລະ ວຽກອື່ນໆ; ຍົກສູງຄຸນນະພາບການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ເຂັ້ມແຂງ ແລະ ຖືວຽກງານນີ້ ເປັນໜ້າທີ່ພື້ນຖານ ທີ່ຕ້ອງໄດ້ເຮັດເປັນປະຈໍາຢ່າງບໍ່ລົດລະ ເພື່ອຮັບປະກັນຄວາມໝັ້ນຄົງ ຂອງປະເທດຊາດ ກໍຄື ຂອງລະບອບການເມືອງຂອງພວກເຮົາ ດ້ວຍການສ້າງທ່າສະໜາມສາມຂັ້ນ, ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ ແລະ ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂແຕ່ຫົວທີ ບັນດາໜໍ່ແໜງຄວາມບໍ່ສະຫງົບ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງເດັດຂາດ; ສືບຕໍ່ປັບປຸງລະບົບການເມືອງແຕ່ລະຂັ້ນ ຢ່າງຕໍ່ເນື່ອງ ໃຫ້ໜັກແໜ້ນ, ເຂັ້ມແຂງ ເປັນຕົ້ນ ຢູ່ຂັ້ນຮາກຖານ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງເຜີຍແຜ່ ແລະ ນໍາພາປະຕິບັດແນວທາງແຜນນະໂຍບາຍ, ມະຕິ-ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ ໂດຍສຸມໃສ່ກໍ່ສ້າງປັບປຸງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປັບປຸງຍົກສູງບົດບາດຄວາມສັກສິດ ຂອງອົງການອໍານາດລັດທຸກຂັ້ນ ໃຫ້ເຂັ້ມແຂງ; ສືບຕໍ່ເອົາໃຈໃສ່ຫລາຍຂຶ້ນ ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ຂອງສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເຊື່ອມຊຶມ, ຮັບຮູ້-ເຂົ້າໃຈ ແນວທາງນະໂຍບາຍ ແລະ ມະຕິ-ຄໍາສັ່ງ ຂອງພັກ-ລັດ ແລະ ລະບຽບ-ກົດໝາຍຂອງລັດ.