ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

Jan 9, 2026

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 6-8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ“ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.
ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດໃນທົ່ວປະເທດ 421.865 ສະຫາຍ, ພ້ອມແຂກຮັບເຊີນ ເຂົ້າຮ່ວມຈໍານວນ 391 ສະຫາຍ.
ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນຫາສໍາຄັນຂອງພັກ ແລະ ຂອງຊາດດ້ວຍຄວາມເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ.
ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງຂອງພັກສະບັບທີ III ກ່ຽວກັບການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເປັນເອກະສານສໍາຄັນ, ແມ່ນທິດສະດີປະຕິວັດຂອງພັກ, ເປັນທວນໄຟເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໂຄງການການເມືອງເປັນຂີດໝາຍສຳຄັນປະຫວັດສາດ, ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາ ພາລະກິດຕໍ່ສູ້ກູ້ຊາດ, ນໍາພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄື ນໍາພາ ພາລະກິດປ່ຽນແປງໃໝ່. ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນ 06 ບົດຮຽນ ທີ່ມີລັກສະນະເປັນກົດເກນຂອງການປະຕິວັດລາວ. ໂຄງການການເມືອງ ສະບັບນີ້ ໄດ້ກຳນົດຈຸດໝາຍ ແລະ ບາດກ້າວເດີນທີ່ເປັນພື້ນຖານໃຫ້ແກ່ການສ້າງບາດລ້ຽວທີ່ແຂງແຮງ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາລະກິດການບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ. ຮອດປີ 2055 ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 100 ປີ ສູ້ຊົນສ້າງປະເທດລາວ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳາສຳລານ. ເພື່ອບັນລຸຈຸດໝາຍດັ່ງກ່າວ ໂຄງການການເມືອງ ໄດ້ກໍານົດເອົາ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ເປັນເອກະພາບສູງຮັບຮອງເອົາ ລາຍງານການເມືອງທີ່ໄດ້ຕີລາຄາຢ່າງເລິກເຊິ່ງ, ກົງໄປກົງມາຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີXI ໃນ 05 ປີຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ປະເທດຊາດຂອງພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກມີສະຖຽນລະພາບ, ສາມາດຄວບຄຸມໄດ້ໄພເງິນເຟີ້, ການດຸນດ່ຽງດ້ານເສດຖະກິດຟື້ນຕົວ ແລະ ມີພື້ນຖານດີຂຶ້ນ, ບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ.
ພ້ອມກັນນັ້ນ ຍັງໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງຈຳນວນໜຶ່ງ ແລະ ຖອດໄດ້ 06 ບົດຮຽນແຫ່ງການນໍາພາ ຜ່ານພຶດຕິກໍາຕົວຈິງໃນໄລຍະ 05 ປີຜ່ານມາເພື່ອເປັນບ່ອນອີງສໍາຄັນໃນການປັບປຸງການນໍາພາ-ຊີ້ນໍາ ແລະການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກໃນຊຸມປີຕໍ່ໜ້າ.
ເພື່ອສືບຕໍ່ຍູ້ແຮງພາລະກິດບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ, ກອງປະຊຸມໃຫຍ່ໄດ້ວາງທິດທາງເພື່ອຜັນຂະຫຍາຍເນື້ອໃນຂອງໂຄງການການເມືອງຂອງພັກ ສະບັບທີ 03 ໃຫ້ເປັນລະບົບ, ຕໍ່ເນື່ອງ, ໜັກແໜ້ນ; ວາງທິດທາງໄລຍະແຕ່ປີ 2026-2035 ສ້າງບັນດາປະຖົມປັດໄຈທີ່ຍູ້ແຮງການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໄດ້ຮັບການຍົກລະດັບຂຶ້ນ ຢ່າງໜັກແໜ້ນ, ມີຄວາມສາມັກຄີທົ່ວປວງຊົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ອໍານາດອະທິປະໄຕແຫ່ງຊາດໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ; ເສດຖະກິດມະຫາພາກ ມີສະຖຽນລະພາບ ສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ເຂັ້ມແຂງ, ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຮັບປະກັນຄວາມໝັ້ນຄົງ. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ 11 ຂົງເຂດວຽກງານທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ.
ກອງປະຊຸມໃຫຍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານ ທີ່ຕັ້ງໜ້າປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX (2021-2025) ຍາດໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມນັ້ນ ກໍໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນ ແຜນພັດທະນເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X (2026-2030) ໂດຍສະເພາະ 06 ເປົ້າໝາຍໃຫຍ່ ຄື:
ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ແນໃສ່ຍູ້ແຮງການເຕີບໂຕ ເສດຖະກິດແຫ່ງຊາດ ໃຫ້ບັນລຸ 6% ຕໍ່ປີ ຂຶ້ນໄປ.
ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ.
ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດ ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງເທື່ອລະກ້າວ.
ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ.
ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ.
ພັດທະນາການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາກົດລະບຽບພັກປະຊາຊົນປະຕິວັດລາວ (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງ, ຮັບຮອງການຈັດຕັ້ງປະຕິບັດແນວທາງການເມືອງ, ຮັບປະກັນ ຄວາມສາມັກຄີ ເປັນເອກະພາບໃນທົ່ວພັກ; ຍູ້ແຮງວຽກງານກໍ່ສ້າງພັກ, ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມສາມາດນໍາພາ ແລະ ບົດບາດທີ່ເຂັ້ມແຂງ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ ພັດທະນາຂຶ້ນສູ່ຄຸນນະພາບໃໝ່.
ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ຊຶ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະບົດຮຽນຂອງພັກໃນການເພີ່ມທະວີຄວາມສາມັກຄີ ເປັນເອກະພາບສູງ ພາຍໃນພັກ, ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະປະຊາຊົນ, ຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກທີ່ປະເຊີນຢູ່ຢ່າງເດັດດ່ຽວ ສາມາດນຳພາ-ຊີ້ນຳ ບົນຈິດໃຈສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະຮອບດ້ານ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກໄດ້ເປັນຢ່າງດີ.
ກອງປະຊຸມໃຫຍ່ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ XII ຈົ່ງໄດ້ອອກແຮງເພື່ອເສີມຂະຫຍາຍຈຸດດີຢ່າງແຂງແຮງ, ພ້ອມທັງວາງມາດຕະການເດັດດ່ຽວຈໍາກັດ, ແກ້ໄຂຂໍ້ຂາດຕົກຈຸດບົກພ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະບໍລິຫານງານສູນກາງພັກໃຫ້ສູງເດັ່ນຂຶ້ນ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XII ປະກອບດ້ວຍກໍາມະການສົມບູນ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ ເພື່ອເປັນແກ່ນສານແຫ່ງຄວາມສາມັກຄີ ແລະ ສະຕິປັນຍາຂອງພັກເຮົານໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIIຂອງພັກໃຫ້ມີຜົນສໍາເລັດຕົວຈິງ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປັນເອກະພາບເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ; ໄດ້ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກວາລະໜຶ່ງ; ເລືອກເອົາ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ໄດ້ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານກວດກາ ແລະ ເລືອກເອົາຮອງປະທານກວດກາ ຈໍານວນ 06 ສະຫາຍ.
ເພື່ອເຮັດໃຫ້ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ, ກອງປະຊຸມໃຫຍ່ ໄດ້ມອບໝາຍໜ້າທີ່ ໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະພັກທຸກຂັ້ນ ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເປັນແຜນດໍາເນີນງານຂອງຕົນຢ່າງລະອຽດ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໃຫ້ແທດເຖິງ ແລະ ເປັນປະຈໍາ ໂດຍມີການນໍາພາ-ຊີ້ນໍາ ຢ່າງແຂງແຮງ ແລະ ລວມສູນຈາກສູນກາງພັກ.
ກອງປະຊຸມໃຫຍ່ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະທໍາມາຫາກິນຢູ່ຕ່າງປະເທດຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດປະຕິວັດ ບາກບັ່ນສຸມໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.