ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມະຫາວິທະຍາໄລສຸພານຸວົງ ຄອງແຊ້ມງານກິລານັກສຶກສາມະຫາວິທະຍາໄລລ້ານຊ້າງ-ແມ່ນ້ຳຂອງ

Sep 10, 2024

ງານມະໂຫລານກິລາຄັ້ງທີ 5 ຂອງນັກສຶກສາມະຫາວິທະຍາໄລ ລ້ານຊ້າງ-ແມ່ນ້ຳຂອງ ຫຼື “ງານກິລາມິດຕະພາບ ແລະ ແລກປ່ຽນວັດທະນະທຳ ນັກສຶກສາ ວິທະຍາ
ໄລ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 7
ຄຸນໝິງ ສປ ຈີນ​ ” ​ໄດ້ຈັດຂື້ນ ລະຫວ່າງວັນທີ 2 – 10 ກັນຍາ​ 2024, ທີ່ຄຸນໝິງ ສປ ຈີນ.
ໃນງານນີ້, ມະຫາວິທະຍາໄລ ສຸພານຸວົງສປປ ລາວ ໄດ້ສົ່ງຄະນະນຳຄູຝຶກ ແລະນັກກິລາບານເຕະ ເຂົ້າຮ່ວມທັງ ຫມົດ 30 ຄົນ, ໂດຍຈັດຢູ່ສາຍ B ຮ່ວມກັບ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ 2 ສປ ຈີນ ແລະ​ ມະຫາວິທະຍາໄລ ການຄ້າສາກົນ ສສ ຫວຽດນາມ.
ຜົນການແຂ່ງຂັນໃນຮອບຄັດເລືອກ ນັດທີ 1ມະຫາວິທະຍາໄລ ສຸພານຸວົງ ສາມາດເອົາຊະນະ ມະຫາວິທະຍາໄລ ການຄ້າສາກົນ ສສ ຫວຽດນາມ 2 ປະຕູຕໍ່ 0, ນັດທີ 2 ເອົາຊະນະ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກ ໂນໂລຊີ ຄຸນໝິງ 2 ສປ ຈີນ 3 ປະຕູຕໍ່ 0, ຜ່ານເຂົ້າຮອບ 8 ທີມໂດຍເປັນທີ 1 ໃນສາຍ ມີ 6 ຄະແນນ.​
ສຳລັບໃນຮອບ 8 ທີມ ໄດ້ແຂ່ງຂັນກັບມະຫາວິທະຍາໄລ ອູຫັນ ສປ ຈີນ ສາມາດເກັບໄຊຊະນະໄດ້ອີກ 2 ປະຕູຕໍ່ 0, ຜ່ານເຂົ້າຮອບຮອງຊະນະເລີດພົບກັບ ມະຫາວິທະ ຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ 1 ສປ ຈີນແລະ ສາມາດເອົາຊະນະ2 ປະຕູຕໍ່ 1, ຜ່ານເຂົ້າຮອບຊິງຊະນະເລີດ ພົບກັບ ມະຫາວິທະຍາໄລ ອຸບົນ ລາດຊະທານີ ຣາຊະອາ ນາຈັກໄທ,ເຊິ່ງຜົນການແຂ່ງຂັນ ມະຫາວິທະຍາໄລ ສຸພານຸວົງເອົາຊະນະ ມະ ຫາວິທະຍາໄລ ອຸບົນ ລາດຊະທານີ ດວ້ຍປະຕູ1ຕໍ່ 0, ສ້າງປະຫວັດສາດຍາດໄດ້ແຊ້ມໃນການແຂ່ງຂັນ ລາຍການນີ້,ທັງນຳເອົາລາງວັນກັບຄືນສູ່ແຂວງຫຼວງພະບາງ ໃນຕອນແລງຂອງວັນທີ່ 9 ກັນຍາ 2024 ນີ້.