ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມະຫາວິທະຍາໄລ ສປ ຈີນ ຮ່ວມມືດ້ານວິຊາການ ກັບໂຮງຮຽນການເມືອງ-ການປົກຄອງ ຫລວງພະບາງ

Aug 19, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ພູທອນ ຫລວງວິໄລ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫລວງພະບາງ ພ້ອມຄະນະ ຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ ຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລ ສປ ຈີນ ໃນວັນທີ 18 ສິງຫາ 2025 ທີ່ແຂວງຫລວງພະບາງ, ນຳໂດຍ ທ່ານ ຟາງ ເລີຍ ຫົວໜ້າສູນຄົ້ນຄວ້າ ສັງຄົມນິຍົມສະໄໜປັດຈຸບັນ ມະຫາວິທະຍາໄລ ຊານຕົງ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ.
May be an image of 3 people and text that says 'Scott' May be an image of 4 people, people studying, table, dais and text
ການເຮັດວຽກຮ່ວມກັນຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍສາຍພົວພັນທີ່ເປັນມູນເຊື້ອ ຄູ່ຮ່ວມຍຸດທະສາດຮອບດ້ານ, ໜັ້ນຄົງຍາວນານ ຕາມທິດ 4 ດີ ຕິດພັນກັບການຈັດຕັ້ງສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເພື່ອເປັນການລົງເລິກ ການຮ່ວມມືໃນຂົງເຂດການເມືອງ ແລະ ການປົກຄອງ ເວົ້າລວມ, ເວົ້າສະເພາະ ແມ່ນການເພີ່ມທະວີແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດການຄົ້ນຄວ້າ ວິທະຍາສາດສັງຄົມ, ເຊິ່ງທັງສອງຝ່າຍ ໄດ້ນໍາສະເໜີສະພາບການພົ້ນເດັ່ນໂດຍຫຍໍ້ ຂອງອົງການຕົນໃຫ້ກັນຮັບຮູ້, ທັງມີການແລກປ່ຽນສົນທະນາ ເຊິ່ງກັນ ແລະ ກັນ ກ່ຽວກັບການຮ່ວມມືທາງດ້ານວິຊາການ, ວຽກງານທິດສະດີ-ພຶດຕິກຳ, ວຽກງານສາສະໜາ, ທິດສະດີແນວຄິດໄກສອນ, ວຽກງານການຮ່ວມມືລາວ-ຈີນ ລວມທັງພື້ນຖານທິດສະດີເສດຖະກິດ ກ່ຽວກັບການລົງທຶນ ແລະ ການສ້າງບຸກຄະລາກອນໃນອະນາຄົດ.
ໂອກາດດັ່ງກ່າວ, ຄະນະຜູ້ແທນ ມະຫາວິທະຍາໄລ ສປ ຈີນ ຍັງໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວ ທີ່ສຳຄັນຂອງນະຄອນ ຫລວງພະບາງ ທີ່ເປັນເມືອງທ່ອງທ່ຽວທີ່ສາກົນໄດ້ຮັບຮອງຕື່ມອີກ.
May be an image of 10 people and wedding