ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມາຮອດປັດຈຸບັນ ຄໍາມ່ວນ ປູກພືດລະດູແລ້ງໄດ້ແລ້ວ 7,426 ເຮັກຕາ

Jan 15, 2025

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນ ໃຫ້ຮູ້ວ່າ:ໃນລະດູການປູກພືດລະດູແລ້ງ ສົກປີ 2024-2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ , ຄາດຄະເນຜົນຜະລິດ 19,906 ໂຕນ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ .
ຜ່ານການຈັດຕັ້ງປະຕິບັດເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ ມາຮອດປັດຈຸບັນສາມາດປູກໄດ້ 7,426 ເຮັກຕາ ເທົ່າກັບ 71 % ຂອງເນື້ອທີ່ແຜນການ. ໃນນັ້ນ, ປູກພືດເພື່ອເປັນສະບຽງອາຫານ ປະຕິບັດໄດ້ແລ້ວ 2,932 ເຮັກຕາ ເທົ່າກັບ 78 % ແລະ ປູກພືດເປັນສິນຄ້າປະຕິບັດໄດ້ແລ້ວ 4,494 ເຮັກຕາ ເທົ່າກັບ 67 % ຂອງເນື້ອທີ່ແຜນການ. ສໍາລັບເມືອງທີ່ມີເນື້ອທີ່ປູກພືດລະດູແລ້ງຫຼາຍກວ່າໝູ່ ພາຍໃນແຂວງຄໍາມ່ວນ ປະກອບມີເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນຕາມລໍາດັບ .
ທີ່ມາ: khammouanenews