ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມາຮູ້ຈັກພຣະພຸທທະສາສະຫນາ ເຂົ້າມາສູ່ລ້ານຊ້າງມີໄລຍະໃດແດ່ ?

May 22, 2024

ພຣະພຸທທະສາສະຫນາເຂົ້າມາລາວ ໓ ຍຸກ.
– ພຣະພຸທທະສາສະຫນາ ເປັນສາສະຫນາປະຈຳຊາດລາວ.
ສາສະຫນາພຸດໄດ້ເຂົ້າມາຕັ້ງໝັ້ນໃນດິນແດນອານາຈັກລ້ານຊ້າງ ບົນສອງຝາກຝັ່ງແມ່ນ້ຳຂອງ, ແລະສ່ວນທີ່ເປັນປະເທດລາວເຮົານີ້ ຫລາຍກວ່າ ໒໐໐໐ ປີ, ຄືພ້ອມກັບການເຂົ້າມາຂອງພຣະພຸທທະສາສະຫນາ ໃນບັນດາປະເທດສຸວັນນະພູມ ຫຼື ແຫຼມທອງນີ້ ເຊິງຫຼັກຖານທາງສາສະຫນາວັດຖຸ ສາສະຫນາສະຖານ ໄດ້ປາກົດຕົວສອງຝາກຝັ່ງແມ່ນ້ຳຂອງ ເປັນຈຳນວນຫຼວງຫຼາຍ, ເປັນຕົ້ນແມ່ນຮອຍພຣະບາທພຣະພຸທທະຮູບຫີນຊາຍ ສີມາຫີນຕ່າງໆ ທີ່ເປັນສັນຍາລັກຂອງພຣະພຸທທະສາສະຫນາ, ໃນນັ້ນກໍ່ມີພຣະທາຕຸສີທັມມະຫາຍໂສກ ທີ່ກົມມະລຽນພຣະທາດຫຼວງ ທີ່ມີຫຼັກຖານວ່າສ້າງມາແຕ່ສະໄໝ ພຣະຍາຈັນທະບຸຣີ ພສ.໒໓໖, ພຣະທາຕຸພະນົມ ທີ່ມີຫຼັກຖານວ່າສ້າງໃນສະໄໝສີໂຄດຕະບູຣີ ແລະ ອື່ນໆ…
❁ ພຣະພຸທທະສາສະຫນາເຂົ້າສູ່ ດິນແດນລາວ ໓ ຍຸກ ຄື :
❁ຍຸກທີ່. ໑ :
ພຣະພຸທທະສາສະຫນາເຂົ້າສູ່ລາວຍຸກທີ່ ໑ ເຂົ້າມາຍັງອານາຈັກສີໂຄດຕະບອງ ຫຼື ໃນສະໄໝພຣະຍານັນທະເສນ ປີ ພສ.໘ ຫຼັງພຣະພຸທທະເຈົ້າປະຣິນິບພານໄປແລ້ວ ໘ ປີ ໂດຍພຣະມະຫາກັດສະປະເຖຣະເຈົ້າ ພ້ອມດ້ວຍພິກຂຸອະຣະຫັນ ໕໐໐ ອົງ ໄດ້ອັນເຊີນເອົາພຣະບໍຣົມມະສາຣີຣິກະທາຕຸ, ອຸຣັງຄະທາຕຸ ຄືກະດູກຫົວເອີກຂອງພຣະພຸທທະເຈົ້າ ມາປະດິດສະຖານ ກໍ່ອຸບມຸງໄວ້ທີ່ພູເຂົາກ້ຳພ້າ ຝັ່ງແມ່ນ້ຳຂອງກ້ຳຕາເວັນຕົກ ກົງກັບປາກເຊບັ້ງໄຟ ຄືພຣະທາຕຸພະນົມໃນປັດຈຸບັນນີ້…ຯ.
❁ ຍຸກທີ່ ໒ :
ພຣະພຸທທະສາສະຫນາເຂົ້າສູ່ລາວ ຍຸກທີ່ ໒ ເຂົ້າມາຍັງອານາຈັກຈັນທະບູຣີ ໃນສະໄໝພຣະຍາຈັນທະບູຣີປະສິດທິສັກ ຫຼື ພຣະຍາບູຣີຈັນອ້ວຍລ້ວຍ ໃນ ພສ.໒໓໖, ໂດຍມີພຣະອະຣະຫັນເຊື່ອຊາດລາວ ໕ ອົງ
ເຊິ່ງມີພຣະມະຫາສຸວັນນະເຖຣະເປັນປະທານ.ໄດ້ອັນເຊີນເອົາພຣະບໍຣົມມະສາຣີຣິກະທາດ, ຊິນະຄຸຍຫາທາດ ຄືກະດູກຫົວເນົ່າ ຫຼື ກະດູກທີ່ລັບຂອງພຣະພຸດທະເຈົ້າມາປະດິດສະຖານໄວ້ທີ່ພູເຂົາຫຼວງ, ຄືບໍຣິເວນພຣະທາຕຸຫຼວງປັດຈຸບັນນີ້, ແລະພຣະທາຕຸແຂ້ວຝາງບັນຈຸອຸບມຸງໄວ້ທີ່ແຄມຫ້ວຍບັງພວນ, ບໍຣິເວນພຣະທາຕຸບັງພວນປັດຈຸບັນນີ້, ພຣະທາຕຸເມືອງຫຼ້າ ປາກຫ້ວຍຫຼວງ ແລະຝຸ່ນຂອງພຣະພຸທທະເຈົ້າກໍ່ອຸບມຸງໄວ້ທີ່ເມືອງພວນ..ຯ…
❁ຍຸກທີ່ ໓ :
ພຣະພຸທທະສາສະຫນາເຂົ້າສູ່ລາວຍຸກທີ່ ໓ ເຂົ້າມາໃນສະໄໝ ເຈົ້າຟ້າງຸ່ມມະຫາຣາຊ ພສ. ໑໙໐໒ , ເຊິ່ງພຣະອົງສຳເຣັດການທ້ອນໂຮມອານາຈັກລ້ານຊ້າງແລ້ວ, ກໍແຕ່ງຣາຊະທູດໄປອັນເຊີນເອົາພຣະພຸທທະສາສະຫນາຈ າກອານາຈັກອັງກໍ ປະເທດຂະແມ ມາປະດິດສະຖານໄວ້ທີ່ອານາຈັກຊຽງທອງ ແລະມີພຣະຣາຊະອາຍາໃຫ້ຫົວເມືອງຕ່າງໆ ໃຫ້ເລີກນັບຖືຜີສາງ, ຫັນມານັບຖືພຸທທະສາສະຫນາແທນທົ່ວພຣະຣາຊະອານາຈັກ, ໂດຍມີພຣະມະຫາປາສະມັນເຖຣະເປັນປະທານ. ໄດ້ນຳເອົາພຣະບາງ, ຕົ້ນສີມະຫາໂພ, ພຣະໄຕຣປິດົກ, ພ້ອມດ້ວຍພຣະເທບລັງກາ, ພຣະປັນຍາລັງຄາ, ແລະບັນດິດ ຄືນໍຣະສິງ,ນໍຣະສາດ ເປັນເຄົ້າ,
ຂະບວນນຳເອົາພຣະພຸທທະສາສະຫນາ ມາຕັ້ງວັດທີ່ເຂດປາກຫ້ວຍໂຮບ ເມືອງຊຽງອງ(ຫລວງພຣະບາງໃນປັດຈຸບັນນີ້ ) ຊື່ວ່າ “ວັດປ່າປາສະມັນ” ( ປັດຈຸບັນນີ້ແມ່ນດິນໃນຂົງເຂດອະນຸສາວະຣີທ່ານປະທານໄກສອນ ພົມວິຫານ) ຕິດກັບວັດພຣະບາທໃຕ້ ແລະໄດ້ມີການສະລັກຮອຍພຣະບາທໄວ້, ຖືເປັນການຝັ່ງຮາກຖານພຣະພຸທທະສາສະຫນາ ລັດທິລັງກາວົງ ໄວ້ໃນລາວ ມາຮອດບັດນີ້.
ຮຽບຮຽງແລະສະຫຼຸບຫຍໍ້ໂດຍ:
ພຣະອາຈານເນືອງພິລັກ ໂຊຕິທອນ, ເຈົ້າອະທິການວັດວິຈິດທັມມາຣາມ ບ້ານວຽງຈະເລີນ, ຮອງຜູ້ອຳຮວຍການວິທະຍາໄລສົງ (ວັດອົງຕື້ ມະຫາວິຫາຣ ນະຄອນຫລວງວຽງຈັນ, ວັນທີ່. 06 ກັນຍາ 2014.
– ຄຳຖາມ : ພຣະພຸທທະສາສຫນາເຂົ້າມາເຜີຍແຜ່ໃນລາວມີຈັກຍຸກສະໄໝ. ?
– ຄຳຕອບ : ພຣະພຸທທະສາສະຫນາເຂົ້າສູ່ລາວມີ ໓ ຍຸກຄື :
໑. ຍຸກອານາຈັກສີໂຄດຕະບອງ ພສ ໘ .
– ສະໄໝພຣະຍານັນທະເສນ…….
– ສາສະຫນະສະຖານ: ພຣະທາຕຸພະນົມ (ພູກ້ຳພ້າ)ແລະອື່ນໆ.
໒. ຍຸກອານາຈັກຈັນທະບູຣີ ພສ. ໒໓໖.
– ສະໄໝພຣະຍາບູຣີຈັນທະອ່ວຍລວຍ.
– ສາສະຫນະສະຖານ: ພຣະທາຕຸຫລວງ ( ພູຫຼວງ )ແລະອື່ນໆ.
໓. ຍຸກທ້ອນໂຮມອານາຈັກລ້ານຊ້າງ. ພສ.໑໙໐໒.
– ສະໄໝເຈົ້າຟ້າງຸ່ມມະຫາຣາຊ.
– ສາສະຫນະສະຖານ : ພຣະບາງ, ວັດປ່າປາສະມັນ, ວັດຊຽງທອງແລະອື່ນໆ.
ຂໍຂອບໃຈຂໍ້ມູນທີ່ນຳມາເຜີຍແຜ່ໂດຍເພຈ :​ ອັກສອນທັມລາວ-อักษรธรรมลาว