ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ມິດ​ຕະ​ພາບ​ທີ່​ແໜ້ນ​ແຟ້ນ” ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ

Apr 21, 2025

“ມິດ​ຕະ​ພາບ​ທີ່​ແໜ້ນ​ແຟ້ນ” ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ
ໃນ​ໂອ​ກາດ​ທີ່​ ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ເດີນ​ທາ​ງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ ທາງ​ລັດ​ຖະ​ກິດ ແຕ່​ວັນ​ທີ 17 ຫາ 18 ເມ​ສາ​ນີ້, ສອງ​ຝ່າຍໄດ້​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ສ້າງ​ຄູ່​ຮ່ວ​ມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ ໃນ​ທຸກ​ສະ​ພາບ​ການ​ໃນ​ຍຸກ​ໃໝ່ ເຊິ່ງ​ໄດ້​ເພີ່ມ​ເນື້ອ​ໃນ​ໃໝ່ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃໝ່​ໃຫ້​ແກ່ “ມິດ​ຕະ​ພາບ​​ທີ່​ແໜ້ນ​ແຟ້ນ” ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ.
“ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ມີ​ການ​ປ່ຽນ​ແປງ​​ໄປ​ຄືແນວ​ໃດ, ສອງ​ປະ​ເທດ​ຈະ​ເດີນ​ຢູ່​ແຖວ​ໜ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນມ​ະ​ນຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.” ສິບກວ່າ​ປີ​ຜ່ານ​ມາ, ຈາກ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ, ເຖິງ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ​ໃນ​ຍຸກ​ໃໝ່ ແລະ ​ກ້າວຂຶ້ນ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ​ ໃນ​ທຸກ​ສະ​ພາບ​ການ​ໃນ​ຍຸກ​ໃໝ່​ຕື່ມ​ອີກ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ.
ຍ້ອນຫຍັງ​ການ​ພົວ​ພັນ​ລະ​ຫວ່າງຈີນ-ກຳ​ປູ​ເຈຍ​ ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ເລື້ອຍໆ​? ກ່​ອນ​ອື່ນ, ແມ່ນ​ຍ້ອນ​ຈີນ​ ແລະ ກຳ​ປູ​ເຈຍ​ເປັນ​ເພື່ອນ​ມິດ​ທີ່​ແທ້​ຈິງ. ໃນ​ຫຼາຍ​ປີ​ຜ່ານ​ມາ, ພາຍ​ໃຕ້​ສະ​ພາບ​ການ​ທີ່ມີ​ຄວາມ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອຫຼາຍ​ທີ່​ສຸດ​ນັ້ນ, ຈີນ ແລະ ກຳ​ປູ​ເຈຍ​ກໍໄດ້​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ຢ່າງ​ສະ​ເໝີ​ຕົ້ນ​ສ​ະ​ເໝີ​ປາຍ.
ໃນ​ຂະ​ນະ​ດຽວ​ກັນ, ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ເດີນ​​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ສ້າງ​ສາ​ຄວາມ​ທັນ​ສະ​ໄໝ ແລະ ພວມ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ຕໍ່​ກັບ “ຍຸດ​ທະ​ສາດ 5 ແຈ” ຂອງ​ກຳ​ປູ​ເຈຍ. ໂດຍ​ປະ​ເຊີນ​ໜ້າ​ກັບ​ພູມ​ສາດ​ການ​ເມືອງ​​ທີ່ດຸ​ເດືອດ​ຂຶ້ນ​ເລື້ອຍໆ ແລະ ລັດ​ທິ​ປົກ​ປ້ອງ​ການ​ຟື້ນ​ຕົວ​ຄືນ​ໃນ​ປັດ​ຈຸ​ບັນ, ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​ປາ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍຕ່າງໆ. ພາຍ​ໃຕ້​ສະ​ພາບກ​ານ​ດັ່ງ​ກ່າວ, ການ​​ຊຸກ​ຍູ້​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ເປັນ​ມາດ​ຕະ​ການ​ທີ່​ທັນ​ກັບ​ສະ​ພາບ​ການ ແລະ ​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນສອງ​ຊາດ.
ຈະ​ເຮັດ​ແນວ​ໃດ ເພື່ອ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ​ໃນ​ທຸກ​ສະ​ພາບ​ການ​ໃນ​ຍຸກ​ໃໝ່? ໃນ​ເວ​ລ​າ​ພົບ​ປະ​ກັບ​ທ່ານ​ຮຸນ​ມາ​ເນັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ສີ​ຈິ້ນ​ຜິງໄດ້​ໃຊ້​ຄຳ​ສັບ​ທີ່​ວ່າ​ “​ກ້າວ​ຂຶ້ນຕາມ​ກະ​ແສ​ຍຸກ​ສະ​ໄໝ”. ການ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານການ​ເມືອງ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ເປີດກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ, ສ້າງ​ສິ່ງ​ຮັບ​ປະ​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ດຳ​ເນີນ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໃຫ້ຫຼາຍກວ່າ​ເກົ່າ ແລະ ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ດ້ານ​ຍຸດ​ທະ​ສາດ​ທີ່​ມີ​ມາດ​ຕະ​ຖານ​ສູງກວ່າ​ເກົ່າ. ນີ້​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ອອກ​ມາ ເພື່ອ​ເປັນ​ການ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ໃນ​ໄລ​ຍະ​ຕໍ່​ໄປ ແລະ ​ໄດ້​ເພີ່ມ​ເນື້ອ​ໃນ​ທາງ​ຍຸກ​ສະ​ໄໝ​ອັນ​ໃໝ່​ໃຫ້​ແກ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ.
“ຈີນ​ແມ່ນ​ເພື່ອນ​ມິດ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ​ຂອງ​ກຳ​ປູ​ເຈຍ”, “ຈີນ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ທີ່​ເດັດ​ດ່ຽວ​ທີ່​ສຸດ​ ແລະ ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດຂອງ​ກຳ​ປູ​ເຈຍ”…ນີ້​ແມ່ນ​​ສຽງ​ຈາກ​ໃຈ​ຈິງຂອງ​ກຳ​ປູ​ເຈຍ. ໂດຍ​ຜ່ານ​ຂະ​ບວນການ​ທົດ​ສອບ​ທາງ​ປະ​ຫວັດ​ສາດ, ​ຈີນ ແລະ ກຳ​ປູ​ເຈຍ ທີ່​ເປັນ “​ເພື່ອນ​ມິດ​ທີ່​ຈິງ​ໃຈ​ຕໍ່​ກັນ” ໄດ້​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່ ທີ່​ໄດ້ຮັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ໝັ້ນ​ຄົງ​ຂະ​ໜົງ​ແກ່ນກວ່າ​ເກົ່າ ແລະ ຈະ​ເພີ່ມ​ພະ​ລັງທີ່​ສ້າງ​ສັນ​ຫຼາຍກວ່າ​ເກົ່າ ໃຫ້​ແກ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.