ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມີຜູ້ເສຍຊິວິດ 28 ຄົນ ແລະ ບາດເຈັບ 37 ຄົນ ຈາກໄຟປ່າຢູ່ ສ.ເກົາຫຼີ

Mar 28, 2025

ມີຜູ້ເສຍຊິວິດ 28 ຄົນ ແລະ ບາດເຈັບ 37 ຄົນ ຈາກໄຟປ່າຢູ່ ສ.ເກົາຫຼີ
ສະພາບໄຟໄໝ້ປ່າຄັ້ງຮ້າຍແຮງທີ່ເກີດຂຶ້ນຕັ້ງແຕ່ວັນທີ 21 ມີນາ 2025 ເຮັດໃຫ້ປະຊາຊົນຫຼາຍກວ່າ 38.000ຕ້ອງຍົກຍ້າຍໄປຢູ່ບ່ອນປອດໄພ.
ເຈົ້າໜ້າທີ່ໃຊ້ກຳລັງພົນຫຼາຍເຖິງ 5.580ຄົນ, ຍົນເຮລີຄອບເຕີ 86 ລຳ ແລະ ລົດດັບໄພ 569 ຄັນ ເຂົ້າຄວບຄຸມໄຟປ່າຄັ້ງຮ້າຍແຮງນີ້ ເຊິ່ງໄດ້ເຜົາຜານເນື້ອທີ່ຫຼາຍເຖິງ40.000 ເຮັກຕາ.
ມາຮອດວັນທີ 28 ມີນານີ້ ມີລາຍງານຜູ້ເສຍຊີວິດ 28 ຄົນ ແລະ ບາດເຈັບ 37 ຄົນ. ຢ່າງໃດກໍຕາມ, ມາຮອດມື້ນີ້ ເຈົ້າໜ້າທີ່ກ່ຽວຂ້ອງສາມາດຄວບຄຸມໄຟໄດ້ເປັນສ່ວນໃຫຍ່ແລ້ວ.
ທີ່ມາ: Yonhap news