ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມແຫຼ່ງຂ່າວຈາກກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ ໄລ່ຮອດເວລາ 17 ໂມງວັນທີ 11 ກັນຍາ2024, ພາຍຸ ຢາກິ ແລະ ສະພາບຝົນຕົກ, ນ້ຳຖ້ວມພາຍຫຼັງພາຍຸໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນຫຼາຍກວ່າ 200 ຄົນ. ໃນນັ້ນ, ຫຼາຍທີ່ສຸດແມ່ນຢູ່ແຂວງ ກາວບັ່ງ, ລາວກາຍ ແລະ ອຽນບາຍ.










