ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງ ແຮງງານ ແລະສະຫວົດດີການສັງຄົມ ຫົວໜ້າກອງເລຂາ ຄພສ ໄດ້ລາຍງານຕໍ່ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິ ບັດທົ່ວປະເທດ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ທີ່ຈັດຂຶ້ນໃນວັນທີ 7 ມີນານີ້ ຢູ່ ກະຊວງປ້ອງກັນປະເທດ ແບບປົກກະຕິ ແລະ ແບບທາງໄກ ໂດຍການເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະ ເທດທັງໝົດ 76 ຄັ້ງ, ສົ່ງຜົນກະທົບຢູ່ 16 ແຂວງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຢູ່ 125 ເມືອງ, 937 ບ້ານ, 33.585 ຄອບຄົວ, 107.334 ຄົນ ຍິງ 53.058 ຄົນ, ເສຍຊີວິດ 10 ຄົນ ແລະ ເຮືອນຖືກເສຍຫາຍ 14 ຫຼັງ. ນອກນີ້, ຍັງສົ່ງຜົນກະ ທົບຕໍ່ພື້ນຖານໂຄງລ່າງ, ເນື້ອທີ່ທໍາການຜະລິດຖືກກະທົບ, ໂຄງລ່າງພື້ນຖານເສັ້ນທາງ, ໂຮງຮຽນ, ໂຮງໝໍ, ສັບສົມບັດຂອງລັດ ແລະ ເອກະຊົນໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ ລວມມູນຄ່າເສຍຫາຍທັງໝົດ 1.114 ຕື້ກວ່າກີບ.
ພ້ອມນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ຮ່ວມກັນປຶກສາ ຫາລື, ແລກປ່ຽນຄວາມຄິດເຫັນ ຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ຍັງເປັນສິ່ງທ້າທາຍ ເພື່ອເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນປີ 2024 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.
ຂ່າວ: ເສດຖະກິດ-ສັງຄົມ





