ສຳນັກຂ່າວສານຫວຽດນາມ Vietnam News Agency ລາຍງານ ວັນທີ 8 ກັນຍາ 2024 ວ່າ: ຕອນບ່າຍ ວັນທີ 7 ກັນຍາ 2024 ພາຍຸໄຕ້ຝຸ່ນຢາກິ ພັດເຂົ້າພາກເໜືອຂອງຫວຽດນາມ ໂດຍສະເພາະ ແຂວງຮາຍຟອງ, ກວາງໜິງ, ນະຄອນຫລວງຮ່າໂນຍ ແລະ ແຂວງອື່ນໆ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ບາດເຈັບ 187 ຄົນ.
ນອກນີ້ ຍັງມີເຮືອຂະໜາດນ້ອຍຢູ່ທ່າ ຈົມ 25 ລຳ, ເຮືອນຊານເສຍຫາຍ 3,279 ຫລັງ, ເສົາໄຟຟ້າຫັກ 40 ກວ່າຕົ້ນ, ເນື້ອທີ່ທຳການຜະລິດກະສິກຳ ເສຍຫາຍ 121,500 ເຮັກຕາ, ສັດລ້ຽງຫລາຍກວ່າ 1,000 ໂຕ. ທາງການໄດ້ນໍາໃຊ້ເຈົ້າໜ້າທີ່ທະຫານ 5 ແສນກວ່າຄົນ ແລະ ພາຫະນະຫລາຍກວ່າ 10 ພັນຄັນເຂົ້າຊ່ວຍເຫລືອເຫດສຸກເສີນໃນຄັ້ງນີ້.






