ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມີຜູ້ໂດຍສານໃຊ້ການບໍລິການລົດໄຟ ລາວ-ໄທ ແລ້ວຫຼາຍກວ່າ 13,000 ຄົນ.

Oct 26, 2024

ໜັງສືພິມ Bangkokpost ຂອງໄທ ລາຍງານໃຫ້ຮູ້ວ່າ ນັບຕັ້ງແຕ່ ມີການເປີດ ຂະບວນລົດໄຟຂ້າມຊາຍແດນລະຫວ່າງ ກຸງເທບ-ນະຄອນຫຼວງວຽງຈັນ ນັບຕັ້ງແຕ່ວັນ ທີ 19 ກໍລະກົດ 2024, ມາຮອດປະຈຸບັນ ມີຜູ້ໂດຍສານແລ້ວ ຫຼາຍກວ່າ 13,000 ຄົນ.
ສ່ວນໃນຕໍ່ໜ້າຈະມີການເພີ່ມຖ້ຽວໂດຍສານຕື່ມ ເປັນປະເພດມີຕຽງນອນ ແລະ ຕິດແອເຢັນ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ໂດຍສານທີ່ເພີ່ມຂຶ້ນ, ລວມເຖີງຈະເພີ່ມຂະບວນລົດໄຟຂົນສົ່ງສິນຄ້າ ໃຫ້ໄດ້ 14 ຖ້ຽວຕໍ່ມື້.