ໃນໄລຍະ 7 ເດືອນຕົ້ນປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ອີງຕາມຂໍ້ມູນຈາກ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍຄວາມຕັດສິນໃຈ, ບຸກບືນຢ່າງສູງ ຂອງ ບັນດາກະຊວງ, ຂະແໜງການ ແລະ ວິສາ ຫະກິດສອງປະເທດ, ເຮັດໃຫ້ມູນຄ່າການຄ້າ ລາວ-ຫວຽດນາມ ໃນຊຸມປີຜ່ານມາ ໂດຍສະເພາະແຕ່ປີ 2021-2023 ໄດ້ເພີ່ມຂຶ້ນ ກັບຄືນສູ່ທິດທາງທີ່ຕັ້ງໜ້າ, ກ້າວສູ່ເປົ້າໝາຍເພີ່ມຂຶ້ນ 10-15%/ປີ ຕາມທີ່ສອງລັດຖະບານ ໄດ້ເອກະພາບ ໃນກອງປະຊຸມ ຄັ້ງທີ 46. ໃນ 7 ເດືອນຕົ້ນປີ 2024, ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,1 ຕື້ໂດລາ, ເພີ່ມຂຶ້ນ 17% ທຽບໃສ່ໄລຍະດຽວກັນຂອງປີ 2023; ໃນນັ້ນ, ມູນຄ່າສິນຄ້ານໍາເຂົ້າຈາກ ສສ ຫວຽດນາມ ບັນລຸໄດ້ 355,3 ລ້ານໂດລາ, ເພີ່ມຂຶ້ນ 14,4% ທຽບໃສ່ໄລຍະດຽວປີ 2023 ແລະ ມູນຄ່າສິນຄ້າທີ່ລາວ ສົ່ງອອກໄປ ຫວຽດນາມ ບັນລຸ 763,8 ລ້ານໂດລາ, ເພີ່ມຂຶ້ນ 17,8% ທຽບໃສ່ໄລຍະດຽວປີ 2023.
ນັບແຕ່ໄລຍະ 2021-2023 ມີອັດຕາການຂະຫຍາຍຕົວສະເລ່ຍ 17,7% ເຫັນວ່າສາມາດບັນລຸໄດ້ຕາມການຕົກລົງຂອງສອງລັດຖະບານ (ເພີ່ມຂຶ້ນ 10-15%ຕໍ່ປີ).
ພາຍໃຕ້ການຊີ້ນຳຕົວຈິງ ຂອງສອງພັກ-ສອງລັດ ລາວ ແລະ ຫວຽດນາມ, ບວກກັບ ຄວາມພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕະຫຼອດຮອດ ພາກ ສ່ວນເສດຖະກິດຕ່າງໆ ຂອງທັງສອງຝ່າຍ ໄດ້ເຮັດໃຫ້ການປະຕິບັດສັນຍາວ່າດ້ວຍການຮ່ວມມື ໄລຍະປີ 2021-2025 ສາມາດຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະດ້ານການຄ້າ ທີ່ບັນລຸຕາມເປົ້າໝາຍວາງໄວ້ ຄື: ມູນຄ່າການຄ້າລະຫວ່າງສອງປະເທດໃຫ້ເພີ່ມຂຶ້ນ 10-15% ຕໍ່ປີ.



