ວັນທີ 05 ມີນາ 2025, ເວລາ 16:00 ໂມງ ທີ່ ຫ້ອງຮັບແຂກຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ສປປ ລາວ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ຊູເຣນ ບັກດາຊາຣຽນ, ເອກອັກຄະລັດຖະທູດອານບານີ ປະຈໍາ ສປປ ລາວ.
ໂອກາດນີ້ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວຕ້ອນຮັບດ້ວຍຄວາມອົບອຸ່ນຕໍ່ ທ່ານ ຊູເຣນ ບັກດາຊາຣຽນ ແລະ ສະ ແດງຄວາມຍິນດີຕໍ່ການແຕ່ງຕັ້ງເປັນເອກອັກຄະລັດຖະທູດຄົນໃໝ່ ຂອງສາທາລະ ນະລັດອານບານີ ປະຈໍາ ສປປ ລາວ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງອາເມເນຍ ໃນການເສີມສ້າງສາຍພົວພັນສອງຝ່າຍກັບ ສປປ ລາວ.
ການຮ່ວມມືດ້ານການຄ້າສອງຝ່າຍ ແລະ ການລົງທຶນ ໂດຍໄດ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດລະຫວ່າງລາວ ແລະ ອານບານີ, ໂດຍສະເພາະໃນຂົງເຂດການຄ້າ, ການລົງທຶນ, ແລະ ການພັດທະນາອຸດສາຫະກໍາ, ສໍາຫຼວດຂົງເຂດທີ່ມີທ່າແຮງສໍາລັບການຮ່ວມມື, ລວມທັງການອໍານວຍຄວາມສະດວກດ້ານການຄ້າ, ການພັດທະນາອຸດສາຫະກໍາ, ແລະ ໂຄງການສ້າງຂີດຄວາມສາມາດ, ຢືນຢັນຄືນເຖິງຄໍາໝັ້ນສັນຍາຂອງ ສປປ ລາວ ໃນການເພີ່ມສາຍພົວພັນທາງການທູດ ແລະ ເສດຖະ ກິດກັບອານບານີ, ເນັ້ນໜັກເຖິງຄວາມສໍາຄັນຂອງການສືບຕໍ່ປຶກສາຫາລື ແລະ ການຮ່ວມມືໃນເວທີລະດັບພາກພື້ນ ແລະ ສາກົນ, ສະແດງຄວາມເຊື່ອໝັ້ນວ່າ ການດໍາລົງຕໍາແໜ່ງຂອງເອກອັກຄະລັດຖະທູດ ບັກດາຊາຣຽນ ຈະຊ່ວຍເສີມສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ມູນຄ່າດ້ານການຄ້າໃນໄລຍະແຕ່ປີ 2020 ຫາ 2024 ທັງໝົດລະຫວ່າງລາວ ແລະ ອານບານີ ບັນລຸ 153,587 ໂດລາສະຫະລັດ. ມູນຄ່າການນໍາເຂົ້າຂອງລາວແມ່ນ 153,587 ໂດລາສະຫະລັດ, ຜະລິດຕະພັນຫຼັກທີ່ລາວ ນໍາເຂົ້າຈາກອານບານີ ລວມມີ ເຄື່ອງດື່ມ, ເຫຼົ້າ, ແລະ ນໍ້າສົ້ມສາຍຊູ, ໝໍ້ຕົ້ມນໍ້າ, ເຄື່ອງຈັກກົນ ແລະ ເຄື່ອງໃຊ້ກົນໄກ.
ພ້ອມນີ້, ໄດ້ສະເໜີເສີມຂະຫຍາຍສາຍພົວພັນການຮ່ວມມືທີ່ເລິກເຊິ່ງຂື້ນ ໂດຍການສ້າງຕັ້ງຂໍ້ຕົກລົງການຄ້າ ຫຼື ການຮ່ວມມືທາງເສດຖະກິດ ເພື່ອອໍານວຍຄວາມສະດວກໃນການແລກປ່ຽນທາງທຸລະກິດ, ການພັດທະນາໂຄງການຝຶກອົບຮົມຮ່ວມ ກັນ ແລະ ການລິເລີ່ມສ້າງຂີດຄວາມສາມາດ ແລະ ຢືນຢັນຄືນເຖິງຄໍາໝັ້ນສັນຍາໃນການເສີມສ້າງສາຍພົວພັນທາງດ້ານເສດຖະກິດ ແລະ ອໍານວຍຄວາມສະດວກການຮ່ວມມືທາງດ້ານການຄ້າລະຫວ່າງສອງປະເທດ ແລະ ສະແດງຄວາມຫວັງສໍາລັບການເປັນຄູ່ຮ່ວມມືທີ່ເກີດຜົນ ແລະ ການມີສ່ວນຮ່ວມຢ່າງຕໍ່ເນື່ອງໃນປີຕໍ່ໆໄປ.
ທີ່ມາ: ສູນສະຖິຕິແລະຂໍ້ມູນຂ່າວສານ




