ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມຽນມາ ຈະເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງປະຈໍາປີ 2026

Jun 27, 2025

ພິທີມອບຮັບທຸງການເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງປະຈໍາປີ 2026 ໃຫ້ແກ່ປະ ເທດມຽນມາ ຈັດຂື້ນໃນວັນທີ 26 ມິຖຸນາ 2025 ທີ່ແຂວງຫລວງພະບາງ ເພື່ອສືບ ຕໍ່ປະຕິບັດໜ້າທີ່ອັນຊົງກຽດນີ້ ແລະ ເຊື່ອໝັ້ນວ່າ ຂອບການຮ່ວມມືດ້ານການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ຈະໄດ້ຮັບການຍົກລະດັບໃຫ້ສູງຂື້ນກວ່າເກົ່າທັງໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ວັດ ທະນະທໍາ ແລະການທ່ອງທ່ຽວ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ການປະກອບສ່ວນຢ່າງຫ້າວຫັນຂອງບັນດາຜູ້ແທນປະເທດສະມາຊິກແມ່ນໍ້າຂອງທີ່ໄດ້ເຂົ້າຮ່ວມງານມະຫະກຳການທ່ອງທ່ຽວອະນຸພາກພື້ນແມ່ ນໍ້າ ຂອງ 2025 ທີ່ ສປປລາວ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ “ເດີນ ທາງຮ່ວມກັນ ເຂັ້ມແຂງຂຶ້ນພ້ອມກັນ” ລະຫວ່າງວັນທີ 24-27 ມິຖຸນາ 2025 ເປົ້າໝາຍເພື່ອແນໃສ່ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໃນອານາຄົດອັນໄກ້ນີ້ ບົນພື້ນຖານແຫ່ງຄວາມສາມັກຄີ, ຄວາມໄວ້ວາງໃຈ, ຄວາມເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະກັນ ຜ່ານກິດຈະກຳຕ່າງໆ ເປັນຕົ້ນກອງປະຊຸມສໍາມະນາ, ງານວາງສະແດງຜະລິດຕະພັນການທ່ອງ ທ່ຽວ, ການທັດສະນະສຶກສາ ໂດຍລົງເລິກໃນແຕ່ລະຫົວຂໍ້ເຊັ່ນ: ອາຫານເພື່ອການທ່ອງທ່ຽວ, ການທ່ອງທ່ຽວກະສິກໍາ, ການທ່ອງທ່ຽວແບບອະນຸລັກ ແລະ ການທ່ອງທ່ຽວທາງມໍລະດົກ ແລະ ວັດທະນະທໍາ ຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນຈໍານວນໜື່ງຂອງແຂວງ ຫຼວງພະບາງ.
ທ່ານ ນາງ ພອນມະລີ ອິນທະພົມ ກ່າວຕື່ມວ່າ: ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງປະຈໍາປີ 2025 ຈັດຂຶ້ນທີ່ແຂວງຫຼວງພະບາງ ເມືອງມໍຣະດົກໂລກ ພາຍໃຕ້ຫົວຂໍ້ “ເດີນ ທາງຮ່ວມກັນ ເຂັ້ມແຂງຂຶ້ນພ້ອມກັນ” ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມື ລະ ຫວ່າງພາກລັດ ແລະ ພາກທຸລະກິດ ໃນການພັດທະນາຈຸດໝາຍປາຍທາງທ່ອງ ທ່ຽວໃຫ້ມີຄວາມຍືນຍົງປັບປຸງການບໍລິການໃຫ້ມີຄວາມຫຼາກຫຼາຍ ແລະເພື່ອຮັບປະກັນຄວາມຜາສຸກຂອງຊຸມຊົນໃນອະນຸພາກ ພື້ນແມ່ນໍ້າຂອງ ແລະ ເຊື່ອໝັ້ນການເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງມຽນມາ ໃນປີ 2026 ປະເທດອະນຸພາກພື້ນແມ່ນໍ້າຂອງຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເປັນກຸນແຈສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກພື້ນແມ່ນໍ້າຂອງ.
ຂ່າວ: ຈັນທະສອນ ສີຫານາດ