ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຢຶດຢາບ້າ 22 ເປົາ, ນ້ຳໜັກ 528 ກິໂລກຣາມ ຢູ່ເມືອງຫ້ວຍຊາຍ

Feb 3, 2025

ອີງຕາມບົດລາຍງານຂອງຫ້ອງຕໍາຫຼວດ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 30 ມັງກອນ 2025, ເວລາປະມານ 10 ໂມງ 00 ນາທີ, ກອງຫຼອນບ້ານພິບູນທອງ, ເມືອງຫ້ວຍຊາຍ ຈໍານວນ 3 ຄົນ ກໍາລັງປະຕິບັດໜ້າທີ່ໄດ້ພົບເຫັນຜູ້ຊາຍຈຳນວນ 3 ຄົນ ມີທ່າທາງຜິດປົກກະຕິຢູ່ຕໍ່ໜ້າເຮືອນຫຼັງໜຶ່ງໃນຂອບເຂດບ້ານພິບຸນທອງ. ເມື່ອພວກກ່ຽວໄດ້ພົບເຫັນກອງຫຼອນບ້ານຈິ່ງເລີຍຕົກໃຈແລ້ວແລ່ນໜີປິ່ນກຳແພງຮົ້ວເຮືອນຫຼັງດັ່ງກ່າວອອກໄປ.
ກອງຫຼອນບ້ານທັງ 3 ທ່ານ ໄດ້ເຂົ້າໄປກວດກາສະຖານທີ່ພົບເຫັນລົດກະບະ ລີ ໂວ, ສີຂາວມຸກ, ປ້າຍທະບຽນ ຂກ 3603 ກໍາແພງນະຄອນທີ່ຈອດຢູ່ເຮືອນຫຼັງດັ່ງກ່າວ ມີເປົາຢາເສບຕິດຊຸກເຊື່ອງຢູ່ພາຍໃນລົດ ຈຶ່ງໄດ້ໂທແຈ້ງຕຳຫຼວດ ປກສ ກຸ່ມບ້ານພິບຸນທອງ ໃຫ້ມາກວດກາ.
ປກສ ກຸ່ມບ້ານພິບູນທອງ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ເມືອງຫ້ວຍຊາຍ ມາສົມທົບ ແລ້ວລາຍງານມາຍັງກອງບັນຊາການ ປກສ ແຂວງບໍ່ແກ້ວ ລົງໄປກວດກາຕົວຈິງ ແລະ ນຳເອົາລົດຄັນດັ່ງກ່າວຂື້ນມາກວດກາຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ.
ຜ່ານການກວດກາລົດຄັນດັ່ງກ່າວ ໄດ້ພົບເຫັນຢາເສບຕິດ ປະເພດຢາບ້າ ຈຳ ນວນ 22 ເປົາມີ 2.200 ມັດ, ເທົ່າກັບ 4.400.000 ເມັດ, ມີນ້ຳໜັກ 528 ກິໂລ ກຣາມ. ສ່ວນພວກກ່ຽວທັງ 3 ແມ່ນໄດ້ເອົາຕົວລົບໜີ.
ຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ຢຶດເຄື່ອງຂອງກາງຢາເສບ ຕິດປະເພດຢາບ້າດັ່ງກ່າວພ້ອມດ້ວຍລົດກະບະລີໂວ ສີຂາວມຸກ ປ້າຍເລກທະບຽນ ຂກ 3603 ກໍາແພງນະຄອນ ຈໍານວນ 1 ຄັນໄວ້ ເພື່ອເປັນຫຼັກຖານ ແລະ ດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການໃນການຄ້າ-ຂາຍຢາເສບຕິດໃນຄັ້ງນີ້ມາດໍາເນີນຄະດີຕາມລະບຽບກົດໝາຍ.
Cr: ນັກຂ່າວ ປກສ ແຂວງບໍ່ແກ້ວ