ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຢືນຢັນວ່າ ແຂ້ນໍ້າຈືດສາຍພັນພື້ນເມືອງລາວບໍ່ເປັນອັນຕະລາຍຕໍ່ຄົນ

Mar 20, 2024

ຫຼັງຈາກທີ່ມີການສະແດງຄວາມຄິດເຫັນຜ່ານສື່ສັງຄົມອອນລາຍທີ່ຫລາກຫລາຍກ່ຽວກັບຄວາມປອດໄພຂອງການປ່ອຍແຂ້ນໍ້າຈືດ 37 ໂຕຄືນສູ່ຖິ່ນທີ່ຢູ່ອາໄສທໍາມະຊາດໃນທີ່ດິນບໍລິເວນນໍ້າເຊຈໍາພອນ ແຂວງສະຫວັນນະເຂດ, ໃນວັນທີ 14 ມີນາ ປີ 2024 ຍ້ອນຄວາມກັງວົນ ແລະ ເປັນຫ່ວງຈາກຫຼາຍຄົນເຖິງຄວາມປອດໄພ ແລະ ອັນຕະລາຍ ທີ່ອາດເກີດຈາກແຂ້ຕໍ່ຊຸມຊົນທ້ອງຖິ່ນ. ເພື່ອໃຫ້ທຸກທ່ານ ໄດ້ເຂົ້າ ໃຈທາງທີມງານອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ໄດ້ນໍາເອົາເນື້ອຫາຄວາມເປັນຈິງກ່ຽວກັບແຂ້ນໍ້າຈືດສາຍພັນນີ້ມາອະທິບາຍໃຫ້ສັງຄົມໄດ້ຊາບ.
ໂຄງການອະນຸລັກແຂ້ນໍ້າຈືດ ເປັນການຮ່ວມມືຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ລັດຖະບານ ໄດ້ຈັດຂື້ນຢູ່ 4 ເມືອງເປົ້າໝາຍ (ເມືອງຊົນນະບູລີ, ຈຳພອນ, ສອງຄອນ ແລະ ໄຊບູລີ) ແຂວງສະຫວັນນະເຂດ ເພື່ອແນໃສ່ຟື້ນຟູປະຊາກອນສັດຊະນິດນີ້.
ປັດຈຸບັນ ມີແຂ້ນ້ອຍນໍ້າຈືດ 124 ໂຕ ກໍາລັງຖືກອະນຸບານໂດຍທີມງານອະນຸລັກແຂ້ຂັ້ນບ້ານ ມາເປັນເວລາປະມານ 2 ປີແລ້ວ, ຈົນກວ່າຈະມີຂະໜາດຕາມທີ່ກໍາໜົດໄວ້ ຈຶ່ງຈະປ່ອຍຄືນສູ່ທໍາມະຊາດ. ແຂ້ເຫຼົ່ານີ້ ໄດ້ຮັບການເຄົາລົບໂດຍຊຸມຊົນທ້ອງຖິ່ນທີ່ເຊື່ອວ່າພວກເຂົາເຮັດຫນ້າທີ່ເປັນຜູ້ປົກປັກຮັກສາແຫຼ່ງນໍ້າ ທີ່ເປັນຖິ່ນທີ່ຢູ່ອາໄສຂອງແຂ້ ແລະ ໃນຂະນະດຽວກັນ ແຂ້ເອງກໍເປັນດັ່ງຈິດວິນຍານຂອງບຶງ ແລະ ກຸດ. ໃນຂະນະທີ່ແຂ້ບໍ່ໄດ້ຖືກລ່າ ພວກເຂົາຍັງຄົງຖືກຮຸກຮານຈາກການບຸກເບີກຂະຫຍາຍພື້ນທີ່ລ່ວງລໍ້າເຂົ້າມາໃນທີ່ດິນບໍລິເວນນໍ້າ ແລະ ການນໍາໃຊ້ນໍ້າໃນເຂດທີ່ມີແຂ້ອາໄສຢູ່ ເພື່ອການຜະລິດກະສິກໍາໃນລະດູແລ້ງ.
ແຂ້ນໍ້າຈືດ ສາຍພັນພື້ນເມືອງລາວນີ້ ບໍ່ໄດ້ຂຶ້ນຊື່ວ່າເປັນສັດຮ້າຍແຮງ ແລະ ບໍ່ແມ່ນສັດທີ່ມີໄພຕໍ່ມະນຸດ. ປະຊາ ຊົນທີ່ອາໄສຢູ່ໃກ້ເຂດບ່ອນຢູ່ອາໄສຂອງສັດສາຍພັນນີ້ຍັງສືບຕໍ່ຫາປາ ແລະ ປູກຝັງຢູ່ໃນທີ່ດິນບໍລິເວນນໍ້າເຊຈຳພອນ ເນື່ອງຈາກແຂ້ຖືກຍົກສູງໃຫ້ເປັນທີ່ເພິ່ງທາງຈິດໃຈ ແລະ ນຳເອົາຄວາມໂຊກດີມາໃຫ້ຊຸມຊົນທ້ອງຖິ່ນ. ການປ່ອຍແຂ້ ຖືເປັນໂອກາດເພື່ອປູກຈິດສຳນຶກກ່ຽວກັບຄວາມສຳຄັນຂອງການອະນຸລັກແຂ້ ແລະ ສັດປ່າ ໃຫ້ແກ່ນັກຮຽນທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ.
ນັບຕັ້ງແຕ່ໂຄງການໄດ້ລິເລີ່ມມາ, ໄດ້ມີການປ່ອຍແຂ້ໄປທັງໝົດ 115 ໂຕ ຄືນສູ່ທໍາມະຊາດ ໃນທີ່ດິນບໍລິເວນ ນໍ້າເຊຈໍາພອນ. ໂຄງການອະນຸລັກນີ້ ເປັນສ່ວນໜຶ່ງຂອງໂຄງການ “ການອະນຸລັກລະບົບນິເວດໂດຍຜ່ານການຄຸ້ມຄອງພູມີທັດແບບປະ ສົມປະສານໃນ ສປປ ລາວ” ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ ແລະ ອົງການຝຣັ່ງເພື່ອການພັດທະ ນາ ແລະ ຈັດຕັ້ງປະຕິບັດໂດຍ ອົງການອະນຸລັກສັດປ່າ.
ຂໍ້ມູນຈາກ: WCS Lao PDR ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ