ວັນທີ 7 ມີນາ 2025, ໄດ້ມີເພຈເຟສບຸກຄົນໜຶ່ງໂພສຂໍ້ຄວາມ ພ້ອມຮູບພາບເດັກນ້ອຍວ່າ: ເດັກນ້ອຍຖືກອູ້ມຂຶ້ນລົດຕູ້ບໍ່ມີປ້າຍທະບຽນ ເຫດເກີດຢູ່ ເມືອງຊຽງເງີນ ແຂວງຫລວງພະບາງ.
ເຊິ່ງໂພສດັ່ງກ່າວແມ່ນມີຄົນທີ່ເຊື່ອວ່າແມ່ນຄວາມຈິງ ໄດ້ມີການແຊຣ໌ເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ສັງຄົມມີຄົນແຕກຕື່ນກັງວົນໃຈ ໃນຂະນະທີ່ຄົນອີກຈຳນວນໜຶ່ງກໍຍັງມີຄວາມສົງໄສວ່າເຫດການເກີດຂຶ້ນແທ້ຫຼືບໍ່?.
ວັນທີ 9 ມີນາ 2025, ທີມງານຂ່າວອາຊະຍາກຳ ໜັງສືພິມຄວາມສະຫງົບ ຈຶ່ງໄດ້ປະສານຫາເຈົ້າໜ້າຕຳຫຼວດທີ່ໃນພື້ນທີ່ດັ່ງກ່າວ ໂດຍເຈົ້າໜ້າທີ່ຢືນຢັນວ່າ ບໍ່ມີຜູູ້ປົກຄອງ ຫຼື ພາກສ່ວນໃດແຈ້ງຄວາມວ່າມີເຫດການດັ່ງກ່າວເກີດຂຶ້ນ, ເຊິ່ງເປັນຂ່າວປອມຂອງຄົນບໍ່ດີສ້າງຂຶ້ນມາປັ່ນປ່ວນສັງຄົມ.
ອີກທັງເບີໂທ 020 22029092 ທີ່ຝາກໃຫ້ແຈ້ງກໍລະນີໃຜພົບເຫັນເດັກ, ທີມຂ່າວເຮົາໄດ້ໂທໄປ ແມ່ນບໍ່ມີໃນລະບົບ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ທີ່ສ້າງຂ່າວປອມຢຸດເຊົາໃນການສ້າງຄວາມປັ່ນປ່ວນໃຫ້ສັງຄົມ.
ລວມທັງຜູ້ໃຊ້ສື່ສັງຄົມອອນລາຍ ໂດຍສະເພາະເຟສບຸກ ຈົ່ງມີສະຕິຕື່ມໃນການແຊຣ໌, ສະແດງຄວາມຄິດເຫັນຕ່າງໆ.
ທີ່ມາ: ຄວາມສະຫງົບ



