ຢຸນນານ ແມ່ນແຂວງທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ມີຊາຍແດນຕິດກັບ ລາວ, ຫວຽດນາມ ແລະ ມຽນມາ, ເຊິ່ງຖືເປັນຂົວຕໍ່ ຫຼື ເປັນປະຕູສໍາຄັນເພື່ອເຊື່ອມໂຍງເສດຖະ ກິດຈີນກັບອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ, ລວມເຖິງອາຊີໃຕ້, ທັງເປັນແຂວງແນວໜ້າທີ່ມີບົດບາດສໍາຄັນພາຍໃຕ້ຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ແລະ ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ແລະ ແມ່ນໜຶ່ງໃນ 20 ກວ່າເຂດທົດລອງການຄ້າເສລີຂອງຈີນ.
ເພື່ອສ້າງໃຫ້ກາຍເປັນແຂວງເຊື່ອມໂຍງທາງດ້ານເສດຖະກິດສໍາຄັນທີ່ສຸດ. ແຂວງຢຸນນານ ໄດ້ເອົາໃຈໃສ່ພັດທະນາຕົນເອງຕາມແຜນຍຸດທະສາດທີ່ກໍານົດໄວ້ ໂດຍສະເພາະແຜນຍຸດທະສາດ ທີ່ເນັ້ນໃສ່ການພັດທະນາອາຫານສີຂຽວ, ພະລັງງານສີຂຽວ ແລະ ເປັນຈຸດໝາຍປາຍທາງໃນການຮັກສາສຸຂະພາບ, ການສ້າງ “ຢຸນນານດິຈິຕອລ”, ການພັດທະນາພື້ນຖານໂຄງລ່າງດ້ານຄົມມະ ນາຄົມ ກໍຄື ການພັດທະນາເສດຖະກິດ ແລະ ການຄ້າກັບຕ່າງປະເທດ ແລະ ອື່ນໆ ໂດຍສຸມໃສ່ຈັດສັນແຜນພັດທະນາທີ່ມີຢ່າງກະແຈກກະຈາຍ ເຊັ່ນ: ແຜນພັດທະນາດ້ານຄົມມະນາຄົມ, ແຜນພັດທະນາໂລຊິສຕິກນະຄອນຄຸນໝິງ, ເຂດເສດຖະກິດພາກກາງຢຸນນານ ແລະ ອື່ນໆ ໃຫ້ເຂົ້າເປັນລະບົບ, ທັງສອດຄ້ອງກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຕາມແຜນລະດັບຊາດຂອງຈີນ.

ຄຽງຄູ່ກັນນີ້, ໄດ້ພັດທະນາເຂດຊາຍແດນເຊື່ອມຕໍ່ກັບປະເທດໃກ້ຄຽງ ຄື: ເມືອງຣຸ້ຍລີ້ຕິດກັບມຽນມາ, ເມືອງບໍ່ຫານຕິດກັບລາວ ແລະ ເມືອງເຫີໂຂວຕິດກັບຫວຽດນາມ. ທັງ 3 ເຂດດັ່ງ ກ່າວປຽບຄືດັ່ງ “ປະຕູສໍາຄັນ 3 ປ່ອງທໍາອິດ” ຂອງແຂວງຢຸນນານທີ່ເປີດສູ່ອາຊຽນ ແລະອາຊີໃຕ້ ເຮັດໃຫ້ການພັດທະນາພື້ນຖານໂຄງລ່າງມີຫຼາຍໂຄງການພົ້ນເດັ່ນ, ໃນນີ້ ລວມທັງການສ້າງແລວເສດຖະກິດ 4 ເສັ້ນທາງ ຄື: ຄຸນໝິງ-ກຸງເທບ, ຄຸນໝິງ-ຮາໂນ້ຍ, ຄຸນໝິງ-ຢາງກຸ້ງ ແລະ ຄຸນ ໝິງ-ກັລກັດຕາ. ເວົ້າສະເພາະຜ່ານດິນແດນປະເທດລາວທີ່ພົ້ນເດັ່ນແມ່ນເສັ້ນທາງ R3A ເຊິ່ງເປັນເສັ້ນທາງຕາມແລວເສດຖະກິດ ເໜືອ-ໃຕ້ ທີ່ນອນໃນຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງເພື່ອເຊື່ອມການຂົນສົ່ງທາງບົກລະຫວ່າງນະຄອນຄຸນໝິງ-ລາວ-ໄທ ແລະ ເສັ້ນ ທາງລົດໄຟ ລາວ-ຈີນ ທີ່ນອນໃນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອເຊື່ອມຕໍ່ຈາກຈີນ-ລາວ-ໄທ ແລະ ປະເທດໃນພາກພື້ນໄດ້ຢ່າງສະດວກສະບາຍ.
ຈາກການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ການສ້າງແຂວງໃຫ້ກາຍເປັນປະຕູສໍາຄັນເພື່ອເຊື່ອມໂຍງເສດຖະກິດ ເຮັດໃຫ້ການຮ່ວມມືຮອບດ້ານລະຫວ່າງແຂວງຢຸນນານກັບອາຊຽນ ນັບມື້ໄດ້ຮັບຜົນສໍາເລັດ. ແຂວງຢຸນນານ ໄດ້ສະໜັບສະໜູນການເຕີບໂຕດ້ານການຄ້າຕ່າງປະເທດຢ່າງເຂັ້ມແຂງ ຍ້ອນການຮ່ວມມືທີ່ເລິກເຊິ່ງກັບອາຊຽນທີ່ເນັ້ນເຖິງຄວາມເຂັ້ມແຂງຂອງສາຍພົວພັນທາງດ້ານເສດຖະກິດຈີນ-ອາຊຽນ.
ອາຊຽນເປັນຄູ່ຄ້າໃຫຍ່ທີ່ສຸດຂອງແຂວງຢຸນນານ ເປັນເວລາ 20 ປີຕິດຕໍ່ກັນ. ໃນປີ 2024, ຍອດມູນຄ່າການຄ້າລະຫວ່າງແຂວງ ຢຸນນານກັບອາຊຽນບັນລຸ 109,32 ຕື້ຢວນ. ສ່ວນໄຕມາດທີ 1 ປີ 2025 ມູນຄ່າການຄ້າສອງຝ່າຍບັນລຸ 23,96 ຕື້ຢວນ. ໃນຈໍານວນສິນຄ້າທັງໝົດຂອງປີ 2024 ແຂວງຢຸນນານ ໄດ້ນໍາເຂົ້າສິນຄ້າກະສິກໍາຈາກອາຊຽນ 3,22 ຕື້ຢວນ, ເພີ່ມຂຶ້ນ 26,5% ເມື່ອທຽບກັບປີ 2023, ແລະ ການສົ່ງອອກສິນຄ້າກະສິກໍາບັນລຸເຖິງ 2,98 ຕື້ຢວນ, ເພີ່ມຂຶ້ນ 23.1%. ໃນນີ້, ການສົ່ງອອກຫມາກໄມ້ ແລະ ຫມາກຖົ່ວເພີ່ມຂຶ້ນ 132,6% ເມື່ອທຽບ ໃສ່ປີ 2023 ເຮັດໃຫ້ແຂວງຢຸນນານ ສືບຕໍ່ເປັນຕະຫຼາດສົ່ງອອກສິນຄ້າກະສິກໍາສໍາຄັນທີ່ສຸດຂອງອາຊຽນ.

ເວົ້າສະເພາະການຮ່ວມມືລະຫວ່າງແຂວງຢຸນນານ ແລະ ລາວ. ຢຸນນານ ແມ່ນແຂວງດຽວຂອງຈີນທີ່ມີຊາຍແດນຕິດກັບພາກເໜືອຂອງລາວ, ທັງເປັນປະຕູທາງບົກທໍາອິດທີ່ລາວຕ້ອງຜ່ານເຂົ້າໄປຈີນ ແລະ ຈີນຕ້ອງຜ່ານເຂົ້າມາລາວ. ລາວ-ຈີນ ແມ່ນສອງປະເທດຄູ່ຮ່ວມຊາຕາກໍາ, ການລົງທຶນຂອງຈີນຢູ່ລາວຫຼາຍເປັນອັນດັບທີ 1 ແລະ ຈີນແມ່ນຄູ່ຄ້າທີ່ໃຫຍ່ອັນດັບ 2 ຂອງລາວ.
ອີງຕາມຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນຂອງລາວ ໃຫ້ຮູ້ວ່າ: ປັດຈຸບັນ ການລົງທຶນຂອງຈີນຢູ່ລາວມີທັງໝົດ 900 ກວ່າໂຄງການ, ມູນຄ່າອະນຸມັດທັງໝົດຫຼາຍກວ່າ 18 ຕື້ໂດລາສະຫະລັດ, ໃນນີ້ ກວມອັດຕາສ່ວນຫຼາຍກວ່າໝູ່ແມ່ນນັກລົງທຶນຈາກແຂວງຢຸນນານ, ສ່ວນດ້ານການຄ້າລະຫວ່າງລາວ-ຈີນ, ສ່ວນໃຫຍ່ແມ່ນຮູບແບບການຄ້າຊາຍແດນ ໂດຍສະເພາະການຄ້າລະຫວ່າງລາວກັບແຂວງຢຸນນານ ໂດຍປະຕິບັດພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ-ຈີນ, ສັນຍາການຄ້າອາຊີ-ປາຊີຟິກ, ສັນຍາ RCEP, ສິນຄ້າທີ່ໄດ້ຮັບບູລິມະສິດພິເສດ-ໂກຕາ ແລະ ສິດທິພິເສດດ້ານອັດຕາພາສີນຳເຂົ້າ ເປັນຕົ້ນ: ສິດທິພິເສດ 98% ຂອງລາຍການສິນຄ້າສົ່ງອອກທັງໝົດໄປຈີນ ເຮັດໃຫ້ມູນຄ່າການຄ້າລະຫວ່າງແຂວງຢຸນນານ ແລະ ລາວ ເພີ່ມຂຶ້ນທຸກປີ ໂດຍສະເພາະນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາໄດ້ປະກອບສ່ວນສໍາຄັນເຮັດໃຫ້ມູນຄ້າການຄ້າຂອງສອງຝ່າຍເພີ່ມຂຶ້ນແບບກ້າວກະໂດດ.

ຍ້ອນການຮ່ວມມືລະຫວ່າງລາວກັບແຂວງຢຸນນານ ນັບມື້ໄດ້ຮັບໝາກຜົນຕົວຈິງ. ສະນັ້ນ ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບທີ 2 (2024-2028) ໄດ້ກໍານົດເອົາຢຸນນານ ເປັນໜຶ່ງໃນບັນດາແຂວງ (ເຂດ, ນະຄອນ) ຂອງຈີນເປັນຈຸດສຸມໃນການຮ່ວມມືກັບລາວ ໂດຍມີເສັ້ນທາງລົດໄຟ ລາວ-ຈີນ ເປັນຕົວຂັບເຄື່ອນທີ່ສໍາຄັນ, ໄປພ້ອມໆ ກັບການຈັດ ຕັ້ງຜັນຂະຫຍາຍ “ຂອບການຮ່ວມມືວ່າດ້ວຍການສ້າງແລວເສດຖະກິດ ລາວ-ຈີນ 2019-2030 ແລະ ໂຄງການຮ່ວມມືອື່ນໆ ທີ່ສອງປະເທດລາວ ແລະ ຈີນ ໄດ້ຕົກລົງຮ່ວມກັນ.
ສາມາດເວົ້າໄດ້ວ່າ ແຂວງຢຸນນານຂອງຈີນ ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງໃນການເປີດປະຕູສູ່ພາຍນອກລະດັບສູງ ແລະ ການສ້າງໃຫ້ກາຍເປັນແຂວງເຊື່ອມໂຍງຈີນກັບລາວ ກໍຄືອາຊີຕາເວັນອອກສຽງໃຕ້. ຜົນສໍາເລັດດັ່ງກ່າວ ເປັນການຢືນຢັນໃຫ້ເຫັນຢ່າງຈະແຈ້ງວ່າ ໂຊກຊາຕາຂອງມວນມະນຸດ ມີທັງການບິແບ່ງຄວາມຜາສຸກ ແລະ ຄວາມທຸກນຳກັນ, ບັນດາປະເທດມີຜົນປະ ໂຫຍດຕິດພັນກັນຢ່າງແໜ້ນແຟ້ນ, ຜົນສໍາເລັດທີ່ໄດ້ມາ ບໍ່ພຽງແຕ່ເຮັດໃຫ້ການພັດທະນາ ແຂວງ ຢຸນນານ ນັບມື້ຈະເລີນກ້າວໜ້າ ຍັງປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄືໃນອາຊຽນ ແລະ ພາກພື້ນ ຕື່ມອີກ.
ຈີນ ມີດິນແດນອັນກວ້າງໃຫຍ່ໄພສານ ເຊິ່ງປະເທດອ້ອມຂ້າງເປັນພື້ນຖານອັນສຳຄັນໃນການບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ, ທັງເປັນຂໍກຸນແຈສໍາຄັນໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດນໍາອີກ. ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການນໍາພາທີ່ເຂັ້ມແຂງຂອງສູນກາງພັກຄອມມູນິດຈີນ, ຈີນ ໄດ້ສະເໜີແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ “ມີມິດຕະພາບຕໍ່ກັນ, ມີຄວາມຈິງໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີຄວາມໂອບເອື້ອອາລີຕໍ່ກັນ”.
ຈີນ ຢືນຢັນຢ່າງໜັກແໜ້ນກ່ຽວກັບການເປີດປະຕູສູ່ພາຍນອກລະດັບສູງ ແລະ ການສົ່ງ ເສີມການສ້າງປະຊາຄົມຮ່ວມຊາຕາກຳກັບປະເທດອ້ອມຂ້າງ, ສຸມຄວາມພະຍາຍາມກັບປະເທດອ້ອມຂ້າງເພື່ອລົງເລິກການຮ່ວມມືຢ່າງຮອບດ້ານ, ເພີ່ມທະວີການແລກປ່ຽນໃນຂົງເຂດຕ່າງໆ ແລະ ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຢ່າງສະເໝີຕົ້ນສະເໝີປາຍ.

ສະນັ້ນ, ຈາກແນວທາງທີ່ຖືກຕ້ອງດັ່ງກ່າວ ເຊື່ອແນ່ວ່າ ການຮ່ວມມືຮອບດ້ານລະຫວ່າງຈີນກັບລາວ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືລະຫວ່າງແຂວງຢຸນນານ ກັບລາວ ກໍຄືປະເທດໃນອາຊີຕາເວັນອອກສຽງໃຕ້ ຈະນັບມື້ໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງຝ່າຍຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.


