ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ.

Oct 22, 2024

ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ.

ໃນວັນທີ 22 ຕຸລາ 2024 ນີ້ ທີ່ສາງສະບຽງອາຫານ ແລະ ໂພສະນາການຂອງອົງການອາຫານໂລກ ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບນ້ຳມັນພືດປຸງແຕ່ງອາຫານຊ່ວຍໂຮງຮຽນໄດ້ຮັບຜົນກະທົບຈາກນ້ຳຖ້ວມຈາກລັດຖະບານຣັດເຊຍຈໍານວນ 47 ໂຕນໃຫ້ລັດຖະບານລາວກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກແຫ່ງສະຫະປະຊາຊາດປະຈໍາລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າລັດຖະບານຣັດເຊຍມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດຣັດເຊຍ ປະຈຳລາວ ແລະ ຮັບໂດຍ ທ່ານ ມາກ ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກປະຈຳລາວ

ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດຣັດເຊຍ ປະຈຳລາວມີຄໍາເຫັນວ່າ: ນັບແຕ່ປີ 2018 ເປັນຕົ້ນມາ, ຣັດເຊຍໄດ້ເປັນຄູ່ຮ່ວມມືກັບອົງການອາຫານໂລກ ໃນການສະໜັບສະໜູນ ວຽກງານຂອງລັດຖະບານລາວ ໃນການສ້າງຄວາມຢືດຢຸ່ນຂອງຊຸມຊົນ ແລະ ອາຫານໃນໂຮງຮຽນ. ການຊ່ວຍເຫລືອອາຫານ ໃຫ້ເດັກນ້ອຍ ຢູ່ໂຮງຮຽນໃນເຂດຊົນນະບົດຂອງ ສປປ ລາວ ຄັ້ງນີ້, ແມ່ນດຳເນີນໄປຄຽງຄູ່ກັບລະບົບການເສີມສ້າງຄວາມເຂັ້ມແຂງ ແລະ ການສ້າງຂີດຄວາມອາດສາມາດຂອງຣັດເຊຍ ທີ່ມີການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເພື່ອສົ່ງເສີມວຽກງານອາຫານ ໃນໂຮງຮຽນຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ. ພວກເຮົາເຊື່ອວ່າ ການເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບ ໃນໂຮງຮຽນເປັນປະຈຳ ເປັນຫົນທາງທີ່ດີໃນການຕໍ່ສູ້ກັບການຂາດສານອາຫານ ແລະ ສ້າງກໍາລັງແຮງງານທີ່ເຂັ້ມແຂງ ສໍາລັບ ອະນາຄົດຂອງ ສປປ ລາວ.

ທ່ານ ມາກ ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວກ່າວວ່າ: ອາຫານໃນໂຮງຮຽນມີບົດບາດສໍາຄັນ ໃນການຮັກສາເດັກນ້ອຍໃຫ້ຢູ່ໃນໂຮງຮຽນ ເພາະວ່າອາຫານໃນໂຮງຮຽນ ຊ່ວຍແບ່ງເບົາພາລະໃຫ້ແກ່ຄອບຄົວ ທີ່ມີຄວາມຫຍຸ້ງຍາກໃນການຫາອາຫານມາລ້ຽງດູຄອບຄົວ ໃນແຕ່ລະວັນ ໂດຍສະເພາະໃນຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເມື່ອບໍ່ດົນມານີ້, ການສູນເສຍສະບຽງອາຫານ ແລະ ການເກັບກ່ຽວຄັ້ງຕໍ່ໄປຍິ່ງມີຄວາມສຳຄັນຫລາຍ. ນອກຈາກນີ້, ການຊ່ວຍເຫລືອດ້ານສະບຽງອາຫານ ຈາກປະເທດຣັດເຊຍ ຍັງຊ່ວຍໃຫ້ໂຄງການອາຫານທ່ຽງ ແຫ່ງຊາດ ຂອງລັດຖະບານ ສປປ ລາວ ສາມາດສືບຕໍ່ຈັດຕັ້ງປະຕິບັດ ໂດຍສະເພາະໃນພື້ນທີ່ ທີ່ປະສົບກັບບັນຫາການຂາດສານອາຫານສູງ ແລະ ຄວາມບໍ່ໝັ້ນຄົງທາງດ້ານອາຫານຕາມລະດູການ.

ນັບແຕ່ປີ 2002 ເປັນຕົ້ນມາ, ລັດຖະບານລາວໄດ້ສ້າງລະບົບໂພຊະນາການຂອງໂຮງຮຽນໂດຍໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ ດ້ວຍການຊ່ວຍເຫລືອດັ່ງກ່າວ, ສປປ ລາວໄດ້ບັນລຸຜົນສຳເລັດຫລາຍດ້ານ ໂດຍສະເພາະການປັບປຸງຜົນການສຶກສາຄຽງຄູ່ ໄປກັບການແກ້ໄຂບັນຫາການຂາດສານອາຫານ ດ້ວຍການຈັດສັນທຶນຮອນແຫ່ງຊາດ ເຂົ້າໃນໂຄງການ ໂດຍການເຂົ້າຮ່ວມການເປັນສະມາຊິກສະຫະພັນອາຫານໃນໂຮງຮຽນສາກົນ, ສປປ ລາວ ກໍາລັງກ້າວເຂົ້າສູ່ໄລຍະຂອງການນຳເອົາໂຄງການອາຫານໃນໂຮງຮຽນຂອງຕົນຮວມເຂົ້າກັບນາໆຊາດ ໂດຍໄດ້ຮັບການຊ່ວຍເຫລືອຈາກຜູ້ຊ່ຽວຊານ ແລະ ຊັບພະຍາກອນຈາກ 100 ກວ່າປະເທດທົ່ວໂລກ.%