ວັນທີ 29 ມີນາ 2025, ຣັດເຊຍ ໄດ້ສົ່ງເຮືອບິນສອງລຳທີ່ບັນທຸກທີມກູ້ໄພ 120 ຄົນ ແລະ ເຄື່ອງບັນເທົາທຸກໄປຊ່ວຍເຫລືອມຽນມາທີ່ປະສົບໄພແຜ່ນດິນໄຫວໃນວັນ ທີ 28 ມີນານີ້. ໂດຍປະຕິບັດຕາມຄໍາສັ່ງຂອງປະທານາທິບໍດີຣັດເຊຍ ແລະ ລັດຖະມົນຕີສຸກເສີນຣັດເຊີຍ, ທີມງານພ້ອມຫມາເພື່ອຄົ້ນຫາຄົນພາຍໃຕ້ຊາກຫັກພັງ, ແພດໝໍ ແລະ ນັກຈິດຕະສາດໄດ້ອອກເດີນທາງໄປມຽນມາເພື່ອຊ່ວຍເຫລືອກູ້ໄພໃນຄັ້ງນີ້.
ອີງຕາມຂໍ້ມູນ, ມາຮອດຕອນບ່າຍວັນທີ 29 ມີນານີ້ ຈໍານວນຜູ້ເສຍຊີວິດຈາກເຫດແຜນດິນໄຫວທີ່ມຽນມາ ເພີ່ມຂຶ້ນເປັນ 1.000 ກວ່າຄົນ ແລະ ບາດເຈັບ 2.300 ກວ່າຄົນ. ນອກຈາກນີ້ ຍັງມີຜູ້ສູນຫາຍຈໍານວນຫລາຍ. ຄາດວ່າຈໍານວນຜູ້ເສຍຊີວິດ ແລະ ບາດເຈັບຍັງຈະສືບຕໍ່ເພີ່ມຂຶ້ນ.







