ວິທະຍຸສາກົນແຫ່ງປະເທດຈີນ ລາຍງານວ່າ: ການປ່ອນບັດເລືອກຕັ້ງປະທານາ ທິບໍດີຣັດເຊຍປີ 2024 ເລີ່ມຂຶ້ນຢ່າງເປັນທາງການ ໃນເວລາ 8:00 ໂມງ ຂອງວັນທີ 15 ມີນານີ້. ອີງຕາມຂໍ້ມູນທີ່ຄະນະກໍາມະການເລືອກຕັ້ງສູນກາງຣັດເຊຍແຈ້ງໃຫ້ຮູ້ວ່າ: ມີພົນລະເມືອງຣັດເຊຍ ປະມານ 110.000.000 ຄົນ ມີສິດປ່ອນບັດເລືອກຕັ້ງ, ໃນນັ້ນມີຫຼາຍກວ່າ 1.800.000 ຄົນ ແມ່ນໄດ້ດໍາລົງຊີວິດຢູ່ຕ່າງປະເທດໃນໄລຍະຍາວ.
ຣັດເຊຍ ໄດ້ສ້າງຕັ້ງຈຸດປ່ອນບັດ 90.000 ກວ່າຈຸດສໍາລັບການເລືອກຕັ້ງເທື່ອນີ້ ຊຶ່ງຈຸດປ່ອນບັດເຫຼົ່ານີ້ຈະເປີດຮັບການປ່ອນບັດແຕ່ເວລາ 8:00 ໂມງເຖິງ 20:00 ໂມງ ລະຫວ່າງວັນທີ 15-17 ມີນາ ນີ້. ການເລືອກຕັ້ງເທື່ອນີ້ໄດ້ຈັດໃຫ້ມີການປ່ອນບັດເອເລັກໂຕຣນິກໄລຍະໄກເປັນເທື່ອທໍາອິດ, ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຈາກ 20 ກວ່າເຂດແຄ້ວນສາມາດຍື່ນໃບຮ້ອງຂໍການປ່ອນບັດເລືອກຕັ້ງໄລຍະໄກໃນລະຫວ່າງວັນທີ 29 ມັງກອນ ເຖິງວັນທີ 11 ມີນານີ້.
ອີງຕາມກົດລະບຽບການເລືອກຕັ້ງປະທານາທິບໍດີຣັດເຊຍ, ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບບັດເລືອກຕັ້ງຫຼາຍກວ່າ 50% ຈະໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຣັດເຊຍ. ຄະນະກໍາມະການເລືອກຕັ້ງສູນກາງຣັດເຊຍຈະຢືນ ຢັນຜົນການເລືອກຕັ້ງປະທານາທິບໍດີເທື່ອນີ້ບໍ່ໃຫ້ກາຍວັນທີ 28 ມີນາ ນີ້ ແລະ ຈະປະກາດຜົນການເລືອກຕັ້ງພາຍໃນ 3 ວັນຫຼັງຈາກໄດ້ຢືນຢັນຜົນດັ່ງກ່າວ.



