ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລມຕ ກປ ໂອ້ລົມ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ – ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ

Jan 22, 2025

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ລມຕ ກປ) ໄດ້ພົບປະໂອ້ລົມ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃນວັນທີ 21 ມັງກອນ 2025 ມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານຫົວໜ້າ-ຮອງຫົວໜ້າ ສະຖາບັນ ກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖາບັນ ແລະ ກົມເຂົ້າຮ່ວມ.
ໃນອກາດນີ້ ທ່ານ ເພັດມະນີແສງ ຊ້າງໄຊຍະແສງ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດວຽກງານໃຫ້ຮູ້ວ່າ: ສະຖາບັນໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມ 4 ແຜນງານການຄົ້ນຄວ້າ ແລະ 2 ແຜນງານສະໜັບສະໜູນ ຄື: ແຜນງານຄົ້ນຄວ້າ ຄຸ້ມຄອງ ແລະ ນໍາໃຊ້ຊີວະນາໆພັນກະສິກໍາ ແລະ ປ່າໄມ້ ແບບຍືນຍົງ ແຜນງານຄົ້ນຄວ້າດ້ານແນວພັນ ແລະ ເຕັກນິກເພື່ອຍົກຜະລິດຕະພາບ ແນ່ໃສ່ ຍົກສະມັດຕະພາບຂອງຜົນຜະລິດກະສິກໍາ ແລະ ປ່າໄມ້ ຫຼຸດຜ່ອນຕົ້ນທືນໃນການຜະລິດ ແລະ ເພີ່ມມູນຂອງຜະລິດຕະພັນກະສິກຳ ແນ່ໃສ່ຮັບປະກັນການຜະລິດກະສິກໍາຕາມທິດສີຂຽວ ແລະ ສະອາດເພື່ອຄໍ້າປະກັນດ້ານສະບຽງອາຫານແຫ່ງຊາດ ແລະ ຜະລິດເປັນສິນຄ້າພາຍໃນ ແລະ ສົ່ງອອກ.
ທ່ານ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ຂຶ້ນລາຍງານຫຍໍ້ສະພາບການ ຈັດຕັ້ງປະຕິບັດ ໄດ້ໃຫ້ຮູ້ວ່າ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ປະກອບມີ 2 ພະແນກ ແລະ 3 ສູນວິຊາການ ໄດ້ສໍາເລັດການສໍາຫຼວດ ຈັດສັນ ແລະ ກໍານົດແບ່ງເຂດທີ່ດິນກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ຈໍານວນ 148 ເມືອງ ສໍາເລັດການກໍານົດແບ່ງເຂດທີ່ດິນກະສິ ກຳ 7 ທົ່ງພຽງໃຫຍ່ 16 ທົ່ງພຽງກາງ ແລະ 12 ທົ່ງພຽງນ້ອຍ ສໍາເລັດການສໍາຫຼວດ ເກັບຕົວຢ່າງດິນ ແລະ ປັບປຸງແຜນທີ່ດິນ ຂອງ ສປປ ລາວ ສຳເລັດການສ້າງແຜນທີ່ ແລະ ບົດລາຍງານການກຳນົດແບ່ງເຂດທີ່ດິນກະສິກຳ ສຳເລັດໃນການສ້າງແຜນທີ່ ການກໍານົດເຂດການຜະ ລິດ ຕິດພັນກັບການປຸງແຕ່ງ 3 ແຂວງ (ນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ ບໍລິການວິໄຈດິນ ຝຸ່ນ ແລະ ພືດ ໃຫ້ພາກລັດ ຜູ້ປະກອບການ ບຸກຄົນ ມາໃຊ້ບໍລິການທົ່ວໄປໄດ້ທັງໝົດ 9,000 ຕົວຢ່າງ ມີປະມານ 50.000 ຜົນວິໄຈ ສຳເລັດການສ້າງວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮອດປີ 2030 ໂດຍມີ ມະຕິກອງປະຊຸມຂອງສະພາແຫ່ງຊາດຮັບຮອງເອົາ ສະບັບ ເລກທີ 138/ສພຊ ວັນທີ 11 ທັນວາ 2024.
ທີ່ມາ: ວຽງຈັນໃໝ່