ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

Nov 13, 2025

ໃນວັນທີ 13 ພະຈິກ 2025 ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025.

ໃນໂອກາດດັ່ງກ່າວ,ສະຫາຍທອງສະຫວັນພົມວິຫານໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນແລະສະໜິດສະໜົມ, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກສະຫາຍສອນໄຊສີພັນດອນ, ນາຍົກລັດຖະມົນຕີແຫ່ງສປປລາວເຖິງສະຫາຍປາກແທຊອງ ແລະ ສະຫາຍ ປາກ ແທ ຊອງ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄວາມຢຶ້ຢາມຖາມຂ່າວ ເຖິງ ສະຫາຍ ສອນໄຊ ສີພັນດອນ ເຊັ່ນດຽວກັນ. ພ້ອມນີ້, ສະຫາຍ ທອງສະຫວັນພົມວິຫານ ໄດ້ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນສປປເກົາຫຼີທີ່ຍາດມາໄດ້ໃນການສ້າງສາແລະພັດທະນາປະເທດຊາດພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງສະຫາຍກິມເຈິງອຸນ, ເລຂາທິການໃຫ່ຍພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງສປປເກົາຫຼີ.

ນອກນີ້, ສະຫາຍລັດຖະມົນຕີຍັງໄດ້ແຈ້ງໃຫ້ສະຫາຍ ປາກ ແທ ຊອງ ຊາບໂດຍຫຍໍ້ກ່ຽວກັບຜົນການພົບປະສອງຝ່າຍກັບສະຫາຍນາງແຈຊອນຮຸຍ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ເກົາຫຼີ ໃນວັນທີ 12 ພະຈິກ 2025 ທີ່ຜ່ານມາ ເພື່ອເພີ່ມທະວີແລະຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດ ສປປ ລາວ ແລະ ສປປເກົາຫຼີໃຫ້ສືບຕໍ່ພັດທະນາຂຶ້ນສູ່ບາດກ້າວໃໝ່ກໍຄືຊຸກຍູ້
ການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃຫ້ຂະຫຍາຍຕົວໃນຊຸມປີຕໍ່ໜ້າໂດຍສະເພາະແມ່ນການຜັນຂະຫຍາຍຜົນການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງສະຫາຍທອງລຸນສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດແຫ່ງສປປລາວແລະສະ
ຫາຍກິມເຈິງອຸນ, ເລຂາທິການໃຫ່ຍພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງສປປເກົາຫຼີໃນໂອກາດຢ້ຽມຢາມລັດຖະກິດຢູ່ສປປເກົາຫຼີໃນເດືອນຕຸລາ 2025 ຜ່ານມາໃຫ້ເປັນຮູບປະທໍາໂດຍໄວ,ໂດຍສະເພາະການສົ່ງເສີມແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງແລະຂັ້ນຕ່າງໆຂອງສອງຝ່າຍໃຫ້ເປັນປົກກະຕິ, ສົ່ງເສີມການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ, ການຮ່ວມມືໃນວຽກງານກໍ່ສ້າງພັກ-ພະນັກງານ ແລະດ້ານອື່ນໆໃຫ້ຂະຫຍາຍຕົວ ແລະ ມີຜົນເປັນຮູບປະທຳ.


ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ;ພ້ອມດຽວກັນ, ຍັງໄດ້ຫວນຄືນປະຫວັດສາດທີ່ມີຄວາມໝາຍສຳຄັນແຫ່ງປີ ຄົບຮອບ 60 ປີ ແຫ່ງການພົບປະສຸດຍອດຄັ້ງທໍາອິດໃນວັນທີ 28 ຕຸລາ 1965 ທີ່ນະຄອນຫຼວງພຽງຢາງລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ເຊິ່ງເປັນຜູ້ກໍ່ຕັ້ງສາຍພົວພັນດັ່ງກ່າວ.ສອງຝ່າຍ ໄດ້ເອກະພາບກັນໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີດັ່ງກ່າວໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂື້ນໄປ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດສປປ ລາວ ແລະ ສປປ ເກົາຫຼີ.
ໃນໂອກາດນີ້, ສະຫາຍ ປາກ ແທ ຊອງ, ນາຍົກລັດຖະມົນຕີ ສປປ ເກົາຫຼີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມທາງການ ຢູ່ ສປປ ເກົາຫຼີ ຂອງ ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະຄະນະໃນຄັ້ງນີ້, ອັນໄດ້ເປັນການເສີມຂະຫຍາຍແລະເພີ່ມທະວີສາຍພົວພັນມິດຕະພາບທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດໃຫ້ແໜ້ນເເຟ້ນຍິ່ງຂຶ້ນ ແລະ ເຊື່ອໝັ້ນວ່າ ສອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ ແລະ ສປປ ລາວ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ໃນການສືບຕໍ່ຊຸກຍູ້ສົ່ງເສີມ ແລະ ຜັນຂະຫຍາຍບັນດາຜົນການຕົກລົງລະຫວ່າງການນຳຂັ້ນສູງ ໃຫ້ມີຜົນສຳເລັດເປັນຮູບປະທຳໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນໃນຊຸມປີຕໍ່ໜ້າ.


ໃນວັນດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ຢ້ຽມຢາມ ວັງພະອາທິດ ກຶມສຸສານ ແລະ ມີແຜນຢ້ຽມຢາມບ້ານມານກຽງແດ ເຊິ່ງແມ່ນບ້ານເກີດຂອງສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫຼີ, ຢ້ຽມຢາມວັງເຍົາວະຊົນມັນກຽງເເດ ແລະ ຍັງມີເເຜນຢ້ຽມຢາມຫໍວາງສະແດງຂອງຂວັນມິດຕະພາບສາກົນພູມຽວຮຽງຊັນ ອີກດ້ວຍ.
ຂ່າວ:ກະຊວງການຕ່າງປະເທດ