ໃນວັນທີ 25 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນໂອກາດເດີນທາງຢ້ຽມຢາມທາງການ ທີ່ ຣາຊະອານາຈັກ ກໍາປູເຈຍ ໃນລະຫວ່າງວັນທີ 24-26 ກໍລະກົດ 2025.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ເຖິງ ພະບາດສົມເດັດ ແລະ ພະມານດາຂອງພະອົງ. ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ຣາຊະອານາຈັກ ກໍາປູເຈຍ ໄດ້ຮັບການພັດທະນາຂຶ້ນເລື້ອຍໆ, ປະຊາຊົນກໍາປູເຈຍ ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ແລະ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນຂອງ ສປປ ລາວ ແລະ ຜົນການພົບປະສອງຝ່າຍກັບ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.
ສອງຝ່າຍໄດ້ສະແດງຄວາມພາກພູມໃຈ ແລະ ປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນບ້ານໃກ້ເຮືອນຄຽງທີ່ດີ ເປັນບ້ານແກ່ວເມືອງດອງທີ່ມີມາແຕ່ດົນນານ ແລະ ການພົວພັນ ລະຫວ່າງສອງຊາດ ລາວ-ກໍາປູເຈຍ ໄດ້ຮັບການຖະນຸຖະໜອມ ແລະ ເສີມຂະຫຍາຍໃຫ້ມີໝາກຜົນຕະຫຼອດມາ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ນັບມື້ນັບຫຼາຍຂຶ້ນ.


ໃນຂະນະດຽວກັນ, ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ພ້ອມທັງອວຍພອນໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ຖານບ້ານໃກ້ເຮືອນຄຽງທີ່ດີ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນ.
ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ກິດຕິ ເສດຖາບັນດິດ ຈຽມ ຢຽບ ຮັກສາການປະທານສະພາແຫ່ງຊາດ ຮອງປະທານສະພາແຫ່ງຊາດ ຜູ້ທີ 1 ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອແລກປ່ຽນຄໍາເຫັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃນດ້ານຕ່າງໆ, ໂດຍສະເພາະການຮ່ວມມືໃນຂອບລັດຖະສະພາສອງຝ່າຍ ແລະ ການຮ່ວມມືໃນຂອບລັດຖະສະພາອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ພັດທະນາສູງຂຶ້ນໄປເລື້ອຍໆ.
ຂ່າວ: ກະຊວງການຕ່າງປະເທດ


